ເຊກອງ ເຊື່ອມຊຶມລັດຖະດຳລັດຂອງປະທານປະເທດ

  ວັນທີ 15 ມິຖຸນາ 2020 ທີ່ອົງການໄອຍະການປະຊາຊົນ ແຂວງເຊກອງ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມລັດຖະດໍາລັດຂອງປະທານປະເທດວ່າດ້ວຍການໃຫ້ອະໄພຍະໂທດຂຶ້ນໂດຍການເປັນປະທານຂອງທ່ານ ແພງສີ ສີລາວີ ຫົວໜ້າຫ້ອງວ່າການແຂວງ, ຮອງປະທານຄະນະກໍາມະການອະໄພຍະໂທດຂັ້ນແຂວງ, ທ່ານ ສົມນິດ ສີລິບຸນລ້ຽງ ຫົວໜ້າອົງການໄອຍະການປະຊາຊົນແຂວງ, ມີຄະນະກໍາມະການອະໄພຍະໂທດຂັ້ນແຂວງ, ກອງເລຂາຊ່ວຍວຽກ ແລະວິຊາການກ່ຽວຂ້ອງເຂົ້າຮ່ວມ.


  ການເຜີຍແຜ່ໃນຄັ້ງນີ້ ທ່ານ ສົມນິດ ສີລິບຸນລ້ຽງ ໄດ້ນໍາສະເໜີຈຸດປະສົງ,ນະໂຍບາຍ,ຫຼັກການກ່ຽວກັບການໃຫ້ອະໄພຍະໂທດ, ປະເພດການໃຫ້ອະໄພຍະໂທດ, ການໃຫ້ອະໄພຍະໂທດຫຼຸດຜ່ອນໂທດ, ການໃຫ້ອະໄພຍະໂທດປ່ອຍຕົວ, ເງື່ອນໄຂການໃຫ້ອະໄພຍະໂທດຫຼຸດຜ່ອນໂທດແກ່ນັກໂທດທີ່ຖືກລົງໂທດຕັດອິດສະລະພາບເກີນກວ່າ 3 ປີຫາ 20 ປີ, ນັກໂທດທີ່ຖືກຕັດອິດສະລະພາບຕະຫຼອດຊີວິດ, ນັກໂທດທີ່ຖືກລົງໂທດປະຫານຊີວິດ, ສິດ ແລະ ໜ້າທີ່ຂອງຄະນະກໍາມະການອະໄພຍະໂທດລະດັບ ຊາດ, ກະຊວງ ແລະແຂວງ; ຄວາມຮັບຜິດຊອບຂອງຂະແໜງການກ່ຽວກັບວຽກງານອະໄພຍະໂທດ; ກໍານົດເວລາຄົ້ນຄວ້າພິຈາລະນາການໃຫ້ອະໄພຍະໂທດ; ຂໍ້ຫ້າມ ສໍາລັບຄະນະກໍາມະການອະໄພຍະໂທດ; ຂໍ້ຫ້າມສໍາລັບນັກໂທດ; ການຄຸ້ມຄອງ ແລະກວດກາວຽກງານໃຫ້ອະໄພຍະໂທດ; ນະໂຍບາຍຕໍ່ຜູ້ມີຜົນງານ ແລະມາດຕະການຕໍ່ຜູ້ລະເມີດ.


   ພ້ອມນີ້ກອງປະຊຸມຍັງໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງໆ ເຊກອງ ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການອະໄພຍະໂທດຂັ້ນແຂວງຈໍານວນ 9 ທ່ານ, ຍິງ 1 ທ່ານ; ຜ່ານຂໍ້ຕົກລົງຂອງປະທານຄະນະກໍາມະການອະໄພຍະໂທດຂັ້ນແຂວງວ່າດ້ວຍການແຕ່ງຕັ້ງກອງເລຂາຊ່ວຍວຽກຈໍານວນ 13 ທ່ານ, ຍິງ 1 ທ່ານ ແລະຜ່ານ ບັນຊີລາຍຊື່ນັກໂທດທີ່ມີຜົນງານເພື່ອພ້ອມກັນຄົ້ນຄວ້າພິຈາລະນານໍາສະເໜີຄະນະກໍາມະການອະໄພຍະໂທດລະດັບຊາດອະໄພຍະໂທດຫຼຸດຜ່ອນໂທດ ແລະ ປ່ອຍຕົວ ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 45 ປີທີ່ຈະມາເຖິງນີ້.

_______________

ຂ່າວ: ສັນຍາ