ເຜີຍແຜ່ວຽກການເງິນຈຸລະພາກ ທີ່ຮັບເງິນຝາກເພື່ອພັດທະນາແມ່ຍິງ ແລະຄອບຄົວ

 ວັນທີ 9 ມິຖຸນາ 2020 ທີ່ຫ້ອງປະຊຸມສະຫະພັນແມ່ຍິງ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເພື່ອພັດ ທະນາແມ່ຍິງ, ຄອບຄົວ ແລະການສ້າງລະບົບຄຸ້ມຄອງກຸ່ມທ້ອນເງິນແມ່ຍິງຂັ້ນບ້ານຂຶ້ນໃຫ້ກຽດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີທ່ານ ເພັງນິລັນ ຄໍາພັນເພັງ ຮອງເຈົ້າແຂວງໄຊຍະບູລີ, ທ່ານນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວປະທານສະພາບໍລິຫານສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເພື່ອພັດທະນາແມ່ຍິງ ແລະຄອບຄົວ, ມີວ່າການປະທານ, ຄະນະປະທານສະຫະພັນແມ່ຍິງແຂວງ, ຫົວໜ້າສູນອົບຮົມແມ່ຍິງລາວພ້ອມຄະນະ, ປະທານສະ ຫະພັນແມ່ຍິງ 11 ເມືອງ ພາຍໃນແຂວງ ແລະບັນດາຫົວໜ້າຂະແໜງຂອງສະຫະພັນແມ່ຍິງແຂວງເຂົ້າຮ່ວມ.
   ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວປະທານສະພາບໍລິຫານ ສກຈຮ ເພື່ອພັດທະນາແມ່ຍິງ ແລະ ຄອບຄົວໄດ້ກ່າວ ເປີດກອງປະຊຸມວ່າ: ສະຖາບັນ ການເງິນຈຸລະພາກທີ່ຮັບເງິນຝາກເພື່ອພັດທະນາແມ່ຍິງ ແລະຄອບຄົວແມ່ນສະຖາບັນທີ່ຂຶ້ນກັບ ແລະຊີ້ນໍາໂດຍສູນກາງສະຫະພັນແມ່ຍິງ ລາວ, ສ້າງຕັ້ງຂຶ້ນໃນເດືອນກໍລະ ກົດ 2009, ເປັນຜູ້ນໍາໜ້າໃນການ ສະໜອງການບໍລິການທາງດ້ານ ການເງິນໃຫ້ແກ່ແມ່ຍິງ ແລະຄອບ ຄົວທີ່ມີລາຍຮັບຕໍ່າຢູ່ຊົນນະບົດ ໃນທົ່ວ ສປປ ລາວ, ໃນໂອກາດນີ້ ບັນດາຜູ້ເຂົ້າຮ່ວມ ໄດ້ຮັບຟັງປະຫວັດຄວາມເປັນມາຂອງສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເພື່ອພັດທະນາແມ່ຍິງ ແລະຄອບຄົວ,ວິໄສທັດ ແລະພາລະກິດ,ການເຄື່ອນໄຫວແຕ່ລະໄລຍະ,ພື້ນທີ່ໃຫ້ບໍລິການ,ໂຄງຮ່າງການຈັດຕັ້ງ, ຫຼັກການ ແລະຮູບແບບການຈັດຕັ້ງ,ວິທີຈັດຕັ້ງປະຕິບັດ, ວົງຈອນການບໍລິການ, ຜະລິດຕະພັນ ແລະການໃຫ້ບໍລິການ, ຜະລິດຕະພັນເງິນຝາກ, ຜະລິດຕະພັນເງິນກູ້, ສະຖິຕິການຂະຫຍາຍຕົວ, ຜົນສໍາເລັດ,ຜົນປະໂຫຍດ, ເງື່ອນໄຂ ແລະໜ້າທີ່ຜູ້ເຂົ້າເປັນສະມາຊິກ, ຜົນປະໂຫຍດສໍາລັບສະມາຊິກ ແລະຄອບຄົວ.
  ທັງນີ້ກໍເພື່ອເປັນການສະເໜີຈຸດປະສົງ, ເປົ້າໝາຍ, ຂັ້ນຕອນ, ວິທີການຈັດຕັ້ງປະຕິບັດຂອງ ສກຈຮ ເພື່ອພັດທະນາແມ່ຍິງ ແລະ ຄອບຄົວ, ເພື່ອເປັນການປຶກສາຫາ ລືຄັດເລືອກເມືອງເປົ້າໝາຍ ແລະ ການລົງເກັບກໍາຂໍ້ມູນເມືອງເປົ້າໝາຍກ່ຽວກັບຄວາມເປັນໄປໄດ້ທີ່ຈະເປີດໃຫ້ບໍລິການຢູ່ເມືອງເປົ້າໝາຍພ້ອມທັງກໍານົດໜ້າທີ່ຄວາມຮັບ ຜິດຊອບຂອງແຕ່ລະພາກສ່ວນ ແລະ ເຮັດໃຫ້ຂະບວນ ການຜະລິດຢູ່ຂັ້ນບ້ານມີການຂະຫຍາຍຕົວ, ເສດຖະກິດຢູ່ຂັ້ນບ້ານນັບມື້ນັບດີຂຶ້ນ, ປະຊາຊົນອຸ່ນອ່ຽນ, ທຸ່ນທ່ຽງທໍາມາຫາກິນຫຼີກເວັ້ນການກູ້ຢືມເງິນນອກລະບົບອັດຕາດອກເບ້ຍສູງ; ພ້ອມທັງເປັນການປະກອບສ່ວນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນລຶບລ້າງຄວາມທຸກຍາກເວົ້າລວມເວົ້າສະເພາະແຜນພັດທະນາແມ່ຍິງລາວ,ສາມາດດຶງເອົາແມ່ຍິງເຂົ້າມາຢູ່ໃນການຈັດຕັ້ງ,ຖືເອົາການຈັດຕັ້ງເປັນກຸ່ມ,ເປັນຈຸມາເປັນບ່ອນສຶກສາອົບຮົມການເມືອງແນວຄິດ,ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VII, ຄໍາຂວັນຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວຕິດພັນກັບວຽກງານລວມໃຫ້ເປັນຂະບວນການ.

_____________

ໂດຍ: ມະໄລວັນ