ເມືອງຫົງສາ ສໍາເລັດການແຂ່ງຂັນກີລາປະຈໍາປີ

 ໃນວັນທີ 11 ມິຖຸນາ 2020 ເມືອງຫົງສາ ແຂວງໄຊຍະບູລີ ໄດ້ສໍາເລັດການແຂ່ງຂັນກີລາປະຈໍາປີ 2020 ຢ່າງເປັນທາງການໂດຍການເປັນປະທານຂອງທ່ານ ຈັນ ເພັງ ອູ່ທອງຄໍາ ຮອງເຈົ້າເມືອງ ປະທານຄະນະກຳມະການແຂ່ງຂັນກີລາປະຈໍາປີ 2020, ໃຫ້ກຽດ ເຂົ້າຮວ່ມຂອງທ່ານ ຄໍາຫຼ້າ ຜິວວັນນາ ເຈົ້າເມືອງໆຫົງສາ, ມີທ່ານ ທອງສຸກ ປ້ອງຄໍາ ຫົົົົົົົົົົົົົົົົົົົົົົົົວໜ້າຫ້ອງ ການສຶກສາທິການ ແລະກີລາເມືອງ, ມີການນໍາຂອງເມືອງ, ຫົວໜ້າຫ້ອງການ, ພະນັກງານຫຼັກແຫຼ່ງຂອງ ເມືອງ, ນັກກີລາແຕ່ລະປະເພດ, ມີ ກ້ອນກໍາລັງນ້ອງນ້ອຍເຍົາວະຊົນ ແລະຕົວແທນກີລາແຕ່ລະປະເພດເຂົ້າຮວ່ມຢ່າງພ້ອມພຽງ.

 ທ່ານ ຂ່າວພອນ ທໍາມະໂນລາ ຮອງຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງ, ໄດ້ຜ່ານບົດ ສະຫຼຸບການແຂ່ງຂັນກີລາປະຈໍາປີ 2020, ການແຂ່ງຂັນກີລາປະຈໍາປີ 2020 ແມ່ນໄດ້ເລີ່ມແຂ່ງຂັນມາ ແຕ່ວັນວັນທີ 26 ກຸມພາ ຫາວັນທີ 12 ມິຖຸນາ 2020 ມີປະເພດກີ ລາ 1 ປະເພດຄື: ບານເຕະມີ 4 ລາຍການ, ເຂົ້າຮວ່ມຄືບານເຕະ ອະນຸຊົນຊາຍມີ 7 ທີມ, ບານເຕະ ຊາວໝຸ່ມຊາຍ ມີ 10 ທີມ, ບານເຕະ ຊາວໜຸ່ມຍິງ ມີ 5 ທີມ, ບານເຕະ ອາວຸໂສຊາຍ ມີ 5 ທີມ, ການແຂ່ງຂັນແມ່ນພົບກັນໝົດພາຍໃນສາຍ.

   ຜ່ານການແຂ່ງຂັນທີມບານ ເຕະອານຸຊົນ ອັນດັບທີ 1 ແມ່ນທີມ ໂຮງປະຖົມສົມບູນບ້ານໃຫຍ່, ທີ 2 ໂຮງຮຽນປະຖົມສົມບູນບ້ານນາປຸ່ງ ແລະທີ 3 ໂຮງຮຽນປະຖົມສົມບູນ ຫົງສາ, ບານເຕະຊາວໜຸ່ມຊາຍອັນດັບທີ 1 ແມ່ນທີມນໍ້າມັນເຊື້ອໄຟ, ທີ 2 ແມ່ນທີມຄໍາໂກ້ການພີມ ແລະ ທີ 3 ແມ່ນທີມກຸ່ມການເມືອງ-ວັດທະນະສັງຄົມ, ທີມບານເຕະຊາວ ໜຸ່ມຍິງ ອັນດັບທີ 1 ແມ່ນທີມຮ້ານຂາຍລົດຊັນເດີ, ທີ 2 ແມ່ນທີມ ມສ ຫົງສາ ແລະທີ 3 ແມ່ນທີມບ້ານໆ FC, ທີມບານເຕະອາວຸໂສຊາຍ ອັນ ດັບທີ 1 ແມ່ນທີມກຸ່ມທຸລະກິດ, ທີ 2 ແມ່ນກຸ່ມການເມືອງ-ວັດທະນະທໍາສັງຄົມ, ທີ 3 ແມ່ນທີມກຸ່ມ ເສດຖະກິດ.

ໃນໂອກາດດັ່ງກ່າວອົງການປົກຄອງເມືອງຫົງສາ ຍັງໄດ້ມອບໃບຍ້ອງຍໍໃຫ້ນັກກີລາບຸກຄົນຜູ້ທີ່ມີຜົນງານດີເດັ່ນ,ມີພອນສະຫັວນ,ພິກໄຫວມີຄວາມສາມາດ,ມີຄວາມສາມັກຄີ, ມີນໍ້າໃຈນັກກີລາຖືກຄັດເລືອກເປັນຕົວແທນທີມນັກກີລາ ຂອງເມືອງ, ສາມາດເຄື່ອນໄຫວພາຍໃນເມືອງ,ຕ່າງເມືອງ, ພາຍໃນ ແຂວງ ແລະລະດັບຕ່າງໆ.

ພ້ອມນັ້ນທ່ານ ຈັນເພັງ ອູ່ທອງຄໍາ ຮອງເຈົ້າເມືອງປະທານການ ແຂ່ງຂັນກີລາປະຈໍາປີ 2020 ກໍ່ໄດ້ກ່າວປິດການແຂ່ງຂັນກີລາປະຈໍາປີ 2020 ຢ່າງເປັນທາງການ ວ່າ: ເພື່ອປະຕິບັດຕາມສາມຂໍ້ແຂ່ງຂັນທີ່ກະຊວງສຶກສາທິການ ແລະ ກີລາວາງອອກໃນການສອນດີຮຽນເກັ່ງ, ຕ້ານປະກົດການຫຍໍ້ທໍ້ຕ່າງໆ ປູກຈິດສໍານຶກທີ່ດີໃຫ້ແກ່ຄົນຮຸ່ນໃໝ່ສືບທອດໃນອະນາຄົດ, ໃນຂົງເຂດການສຶກສາຫັນມາຫຼິ້ນກີລາໃຫ້ມີ ສຸຂະພາບແຂງແຮງ,ລັດໄດ້ຖືເອົາວຽກງານການສຶກສາ ແລະກີລາ ເປັນວຽກງານທີ່ສໍາຄັນໃນການພັດທະນາຊັບພະຍາກອນມະນຸດສົ່ງເສີມສຸຂະພາບຮ່າງກາຍ ແລະຈິດ ໃຈເຂັ້ມແຂງຫຼີກເວັ້ນສິ່ງເສບຕິດ ສ້າງໃຫ້ຄົນເຮົາມີຄວາມອົນທົນ, ມີນໍ້າໃຈເສຍສະຫຼະ, ມີລະບຽບວິໄນ ແລະອື່ນໆ ຢູ່ເມືອງຫົງສາໄດ້ມີການເຄື່ອນໄຫວເພື່ອຄັດເອົານັກກີລາເປັນຕົວແທນຂອງເມືອງໄປ ແຂ່ງຂັນໃນລະດັບຂັ້ນຕ່າງໆ, ໃນຕອນທ້າຍພິທີທ່ານເຈົ້າເມືອງຫົງສາ ແລະພ້ອມຄະນະນໍາຂອງເມືອງ ຍັງໄດ້ໃຫ້ກຽດມອບຂັນລາງວັນ ຊະນະເລີດ ແລະລາງວັນປະເພດຕ່າງໆຕື່ມອີກ.

-------

ໜັງສືພິມເສດຖະກິດ-ສັງຄົມ