ໂຮງໝໍແຂວງຫຼວງພະບາງປາຖະກະຖາ ວັນສ້າງຕັ້ງກຳມະບານ

   ພິທີປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວຄົບຮອບ 63 ປີ ຂອງສະຫະພັນກຳມະບານໂຮງໝໍແຂວງຫຼວງພະບາງໄດ້ຈັດຂຶ້ນໃນທ້າຍເດືີອນມັງກ ອນທີ່ຜ່ານມາຢູ່ຫ້ອງປະຊຸມໂຮງໝໍແຂວງດັ່ງກ່າວ ເປັນກຽດ ປະຖະກະຖາຂອງ ທ່ານ ສຸລິສານ ທໍລະວົງ ຮອງປະທານສະຫະພັນກຳມະບານແຂວງເຂົ້າຮ່ວມມີ ທ່ານ ດຣ. ນາງ ສົມພອນ ລັດຕະນະຮອງອຳນວຍການໂຮງໝໍແຂວງ, ທ່ານ ດຣ. ຫຸມພັນ ແສງພະຈັນ ປະທານສະຫະພັນກຳມະບານໂຮງໝໍແຂວງມີຄະນະຮາກຖານກຳມະບານພ້ອມດ້ວຍສະມາຊິກເຂົ້າຮ່ວມ.

  ການປາຖະກະຖາດັ່ງກ່າວໄດ້ເລົ່າມູນເຊື້ີອແຫ່ງການກຳເນີດ ແລະການເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງກໍາມະບານລາວວັນທີ 1 ກຸມພາ 1956 ຫາວັນທີ 1 ກຸມພາ 2019 ຊຶ່ງໄດ້ສະແດງໃຫ້ເຫັນເຖິງຜົນງານທີ່ພົ້ນເດັ່ນຂອງກຳມະບານລາວຕະຫຼອດໄລຍະ 63 ປີ ໃນການປະກອບສ່ວນເຂົ້າໃນພາລະກິດຊາດປະຊາທິປະໄຕ, ພາຍໃຕ້ການນຳພາຂອງພັກ, ອົງການຈັດຕັ້ງກຳມະບານແຕ່ລະຂັ້ນໄດ້ສືີບຕໍ່ປັບປຸງພາລະບົດບາດ, ໜ້າທີ່, ແບບແຜນວິທີເຮັດວຽກ, ປັບປຸງບຸກຄະລາກອນ, ກໍານົດຕໍາແໜ່ງງານໃຫ້ມີຄວາມສອດຄ່ອງກວ່າເກົ່າ, ເອົາໃຈໃສ່ຂະຫຍາຍການຈັດຕັ້ງ ແລະສະມາຊິກກຳມະບານໄປສູ່ຂົງເຂດຫົວໜ ວ່ຍທຸລະກິດເອກະຊົນ ແລະການລົງທຶນຂອງຕ່າງປະເທດ, ໄດ້ປະກອບສ່ວນຢ່າງສົມກຽດເຂົ້າໃນການປຸກລະດົມ, ສຶກສາອົບຮົມຊົນຊັ້ນກຳມະກອນ ແລະຊາວຜູ້ອອກແຮງງານໃຫ້ເປັນເຈົ້າການໃນການປົກປັກຮັກສາ ແລະສ້າງສາປະເທດຊາດ. ເອົາໃຈໃສ່ກໍ່ສ້າງຖັນແຖວໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງທາງດ້ານ ກຳລັງຮ່າງກາຍ, ສະຕິປັນຍາ ແລະ ສີມືີແຮງງານທີ່ມີຄຸນນະພາບຢ່າງແທ້ຈິງ ເພື່ີອກາຍເປັນກຳລັງການຜະລິດທີ່ມີເຕັກນິກວິທະຍາສາດທັນສະໄໝ, ເປັນກຳ ລັງແຮງຍຸດທະສາດຂອງພັກ ແລະຂອງຊາດໃນການນຳເອົາປະເທດຫຼຸດພົ້ນອອກຈາກຄວາມດ້ອຍພັດ ທະນາ.