ງານປະກາດລາງວັນອອດສະກາ ເລື່ອນອອກໄປເປັນປີໜ້າ

  ສະຖາບັນສີລະປິນວິທະຍາຮູບເງົາແຫ່ງອາເມລິກາເລື່ອນການປະກາດຜົນລາງວັນຮູບເງົາ ອະຄາເດມີ ຫຼື ອອດສະກາຄັ້ງທີ 93 ຈາກເດີມຄືວັນທີ 28 ກຸມພາເປັນວັນທີ 25 ເມສາປີ 2021 ແທນ, ເນື່ອງຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ເຮັດໃຫ້ກອງຖ່າຍຮູບເງົາຕ້ອງໂຈະການຖ່າຍທຳຊົ່ວຄາວ ແລະມີຮູບເງົາຫຼາຍເລື່ອງຕ້ອງເລື່ອນກຳນົດເຂົ້າສາຍ.

ອອດສະກາປີ 2021 ຈະເປັນປີທີ່ຈັດງານຫຼ້າຊ້າທີ່ສຸດໃນປະຫວັດສາດນັບຕັ້ງແຕ່ມີການຖ່າຍທອດສົດທາງໂທລະພາບໃນປິ 1953 ເປັນຕົ້ນມາແນ່ນອນວ່າທາງສະຖາບັນກໍ່ຂະຫຍາຍເວລາເຂົ້າສາຍສຳລັບຮູບເງົາທີ່ຈະເຂົ້າຊີງລາງວັນໃຫ້ດົນຂຶ້ນໂດຍເປັນຮູບເງົາທີ່ເຂົ້າສາຍຕັ້ງແຕ່ວັນທີ 1 ມັງກອນ ປີ 2020 ເຖິງ 28 ກຸມພາປີ 2021 ເພື່ອໃຫ້ສອດຄ່ອງກັບສະຖານະການທີ່ເຮັດໃຫ້ຮູບເງົາຫຼາຍ ເລື່ອງຕ້ອງເລື່ອນສາຍອອກໄປ, ກ່ອນຈະຕັດສິນໃຈເລື່ອນການຈັດ ງານອອກສະກາອອກໄປສະຖາບັນໄດ້ຫາລືກັບຄ່າຍຮູບເງົາ ແລະ ຜູ້ຈຳໜ່າຍຮູບເງົາມາຕະຫຼອດລວມທັງໜ່ວຍງານດ້ານສາທາລະນະສຸກທີ່ໃຫ້ຄຳແນະນາວ່າຄວນຈະເລື່ອນການຈັດງານອອກໄປເພື່ອຄວາມປອດໄພ.

-------

ຮຽບຮຽງໂດຍ: ແກ້ວ