ໝາກສາລີ ນອກຈາກຈະແຊບແລ້ວ ຍັງເປັນຢາດີບຳລຸງພາຍໃນຮ່າງກາຍ

  ສາລີເປັນທັນຍາພືດທີ່ຄົນລາວນິຍົມ ແລະມັກກິນນອກຈາກສາລີຈະເປັນທາດແປ້ງທີ່ມີແກ່ນທີ່ຫວານ ແລະມີກິ່ນຫອມທີ່ເປັນເອກະລັກຂອງມັນ ແລ້ວຍັງປະກອບດ້ວຍຄຸນຄ່າທາງອາຫານນັບແຕ່ສາລີອ່ອນຈົນເຖິງສາລີແກ່ທັງສາມາດນຳມາປຸງແຕ່ງອາຫານໄດ້ຫຼາກຫຼາຍຊະນິດອີກດ້ວຍໃນສາລີຈະມີສານເບຕ້າແຄໂຣທີນ (B-carotene) ຫຼື ທີ່ຮູ້ກັນວ່າເປັນໂປຣວິຕາມິນ A ທີ່ຮ່າງກາຍເຮົາຈະນຳໄປໃຊ້ ສ້າງສານ (rhodopsin) ທີ່ຊ່ວຍຫຼຸດຜ່ອນອັດຕາການເສື່ອມຂອງໜ່ວຍຕາ.

  ນອກຈາກນັ້ນ, ຍັງມີກົດໂຟລິກທີ່ຈະຊ່ວຍສ້າງສານຕ້ານອະນຸມູນອິດສະຫຼະທີ່ຊ່ວຍສະລໍການເສື່ອມສະພາບຂອງຮ່າງກາຍ, ມີໃຍອາຫານທີ່ລະລາຍນໍ້າ ແລະບໍ່ລະລາຍນໍ້າບວກກັບໃຍທີ່ສາມາດລະລາຍກັບນໍ້າໄດ້ດີຈາກຄໍເລສເຕີຣອລໃນຕັບ ແລະອຸດົມໄປດ້ວຍກົດໂຟລິກ, ວິຕາມິນ B ທີ່ຊ່ວຍໃນການຫຼຸດລະດັບຂອງ (homocysteine) ແລະກົດອະມີໂນທີ່ຜະລິດຕາມຂະບວນການເມຕາບໍລິສັດຊ່ວຍເລື່ອງລະບົບຍ່ອຍອາຫານ, ມີສານຕ້ານອະນຸມູນອິດສະຫຼະໃນສາລີທີ່ຈະຊ່ວຍເຮັດໃຫ້ຜິວພັນບໍ່ຫ່ຽວແຫ້ງ ແລະເຮັດໃຫ້ເປັ່ງປັ່ງເບິ່ງແລ້ວສົດໃສມີຊີວິດຊີວາຍິ່ງຂຶ້ນ.

--------

ຮຽບຮຽງໂດຍ: ຟ້າ