ໝາກຊະຕີ ນອກຈາກມີສັບພະຄຸນທາງຢາ ແລ້ວຍັງໃຊ້ເປັນສີຍ້ອມຜ້າອີກດ້ວຍ

 ຫຼາຍໆຄົນອາດຍັງບໍ່ເຄີຍເຫັນ ແລະບໍ່ເຄີຍໄດ້ຍິນຊື່ຂອງຕົ້ນໄມ້ຊະນິດນີ້ແຕ່ໃນວົງການແຜ່ນແພການຕໍ່າຫູກການຍ້ອມຜ້າກໍຈະຮູ້ຈັກກັນດີເພາະນັກຕໍ່າຫູກລາວມັກເອົາມາເຮັດເປັນສີຍ້ອມເພື່ອໃຫ້ໄດ້ສີສົ້ມໝາກຊະຕີມີຊື່ຕາມພາສາອັງກິດວ່າ: Annatto tree, ເປັນຕົ້ນໄມ້ປະດັບ ແລະເປັນໄມ້ຢາພື້ນເມືອງ ອີກດ້ວຍ, ນອກນັ້ນແກ່ນຊ່ວຍຫຼຸດອາການເຈັບຄໍ,ຫຼຸດໄຂ້ບໍາລຸງເລືອດຊ່ວຍຂັບປັດສະວະໃຊ້ເປັນຢາລະບາຍອ່ອນໆ, ນໍ້າມັນຈາກແກ່ນເປັນຢານວດ, ແກ້ອາການປວດຕາມຂໍ້, ຮາກແກ້ໄຂ້ມາລາເຣຍ, ໃບແກ້ໄຂ້ ແກ້ພິດແມງໄມ້ກັດ ແລະດອກແກ້ເລືອດຈາງແກ້ອາການຄັນຕາມຜິວ ໜັງ.

  • ເປືອກ ແລະແກ່ນໃຊ້ເປັນສີປະ ສົມອາຫານ.
  • ແກ່ນໃຊ້ຕົ້ມຍ້ອມຜ້າຈະໄດ້ສີ ເຫຼືອງອ່ອນ.
  • ແກ່ນນໍາມາບົດສໍາລັບໃຊ້ ເປັນສີທາເລັບ ແລະທາສົບ.
  • ແກ່ນ ນໍາມາບົດປະສົມອາ ຫານໃຫ້ເປັດ, ໄກ່, ກີນ ເພື່ອເພີ່ມ ຄວາມເຂັ້ມສີມອນໄຂ່ ຫຼື ໄຂ່ແດງ.
  • --------
  • ຮຽບຮຽງໂດຍ: ຟ້າ