ເສດຖະກິດຫວຽດນາມຈະເຕີບໂຕ 5,3%

 ຜູ້ເຂົ້າຮ່ວມກອງປະຊຸມສໍາມະນາປະກາດບົດລາຍງານປະຈໍາປີເສດຖະກິດ ສສ ຫວຽດນາມຄາດວ່າ ໃນປີ 2020 ເສດຖະກິດ ຫວຽດນາມຈະເຕີບໂຕ 5,3% ແລະພາວະເງິນເຟີ້ຈະຢູ່ຕໍ່າກວ່າ 4%.

 ຕາມຂ່າວສານຫວຽດນາມລາຍງານວ່າໃນວັນທີ 17 ມິຖຸນາ ທີ່ຜ່ານມາຢູ່ນະຄອນຫຼວງຮ່າໂນ້ຍໄດ້ດໍາເນີນກອງປະຊຸມສໍາມະນາປະກາດບົດລາຍງານປະຈໍາປີເສດຖະກິດຫວຽດນາມຂອງມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍໂດຍສະຖາບັນຄົ້ນຄວ້າເສດຖະກິດ ແລະນະໂຍບາຍ (VEPR) ຂຶ້ນກັບມະຫາວິທະຍາໄລເສດຖະກິດປະຕິບັດດ້ວຍຫົວຂໍ້ “ປັບປຸງບ່ອນອີງສົກ ປີການເງິນແກ່ການພັດທະນາ”,ບົດລາຍງານປະຈໍາປີເສດຖະກິດຫວຽດນາມ 2020 ໄດ້ຕີລາຄາວ່າບົນພື້ນຖານການໄຈ້ແຍກກ່ຽວກັບບັນດາທ່າອ່ຽງການຜັນແປຕົ້ນຕໍຂອງເສດຖະກິດໂລກ ກໍຄືຢູ່ການຕີລາຄາຄວາມສ່ຽງ ແລະຂໍ້ສະດວກຢູ່ຕະຫຼາດສາກົນກໍຄືພາຍໃນ ປະເທດ, ບັນດາຜູ້ເຂົ້າຮ່ວມໃຫ້ຂໍ້ສັງເກດວ່າ ສໍາລັບຮ່າງແຜນການທີ່ໜ້າປະເອີບໃຈທີ່ສຸດນັ້ນ,ການເຕີບໂຕເສດຖະກິດຂອງຫວຽດນາມໄດ້ຮັບການຄາດຄະເນວ່າບັນລຸການເຕີບໂຕໄດ້ປະມານ 5,3% ໃນປີ 2020.

 ສໍາລັບຮ່າງແຜນການຢູ່ລະດັບກາງ ແລະລະດັບຕໍ່າສຸດ, ລະດັບການເຕີບໂຕໃນປີ 2020 ຂອງເສດຖະກິດຫວຽດນາມອາດຈະບັນລຸພຽງແຕ່ 3,9% ຫຼືຕໍ່າທີ່ສຸດແມ່ນ 1,7%. ຊຶ່ງໄພເງິນເຟີ້ບໍ່ແມ່ນບັນຫາຂອງປີ 2020 ແລະໄດ້ຮັບການຄາດຄະເນວ່າຈະຢູ່ໃນລະດັບຕໍ່າກວ່າ 4%.