ອິນເດຍ ມີຜູ້ເສຍຊີວິດຈາກໂຄວິດ ວັນດຽວ 2 ພັນກວ່າຄົນ

  ອິນເດຍມີຍອດຜູ້ເສຍຊີວິດຈາກເຊື້ອໂຄວິດ-19 ຢ່າງເປັນ ທາງການຫຼາຍກວ່າ 2 ພັນຄົນ ເຮັດໃຫ້ຈຳນວນຜູ້ຕິດເຊື້ອສະສົມເພີ່ມເປັນ 11.903 ຄົນ. ຕາມຂ່າວຕ່າງປະເທດລາຍງານວ່າສະຖານະການການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃນອິນເດຍໜ້າເປັນຫ່ວງສະເພາະວັນທີ 16 ມິຖຸນາມີຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຫຼາຍກວ່າ 11 ພັນຄົນເຮັດໃຫ້ຍອດຜູ້ຕິດເຊື້ອສະສົມເພີ່ມເປັນຫຼາຍກວ່າ 354.000 ຄົນຫຼາຍເປັນອັນດັບ 4 ຂອງໂລກຂະນະດຽວກັນມີຜູ້ເສຍຊີວິດເພີ່ມເຖິງ 2.006 ຄົນພາຍໃນວັນດຽວຫຼາຍທີ່ສຸດເປັນປະຫວັດສາດເຮັດໃຫ້ຍອດລວມຜູ້ເສຍຊີວິດເພີ່ມເປັນຫຼາຍກວ່າ 11.900 ຄົນ ພື້ນທີ່ມີການແຜ່ລະບາດໜັກສຸດຢູ່ຕາມເມືອງໃຫຍ່ຫຼາຍແຫ່ງລວມທັງນະຄອນຫຼວງ ນີວເດລີຂອງອິນເດຍ,ຂະນະທີ່ເມືອງເຊນໄນຕ້ອງປະກາດມາດຕະການປິດເມືອງຮອບໃໝ່ຕັ້ງແຕ່ວັນທີ 19 ມິຖຸນາເປັນຕົ້ນໄປເນື່ອງຈາກພົບຜູ້ຕິດເຊື້ອເປັນຈຳນວນຫຼາຍ. ຂະນະທີ່ຜູ້ຊ່ຽວຊານກ່າວວ່າຕົວເລກຜູ້ຕິດເຊື້ອ ແລະເສຍຊີວິດອາດສູງກວ່ານັ້ນ ແລະໄດ້ຮຽກຮ້ອງໃຫ້ມີການກວດຫາຜູ້ຕິດເຊື້ອໃຫ້ຫຼາຍຂຶ້ນຊຶ່ງໂຮງໝໍໃນຫຼາຍເມືອງຂອງອິນເດຍຕ້ອງສູ້ຊົນເພື່ອໃຫ້ສາມາດຮັບມືກັບການແຜ່ລະບາດຂອງເຊື້ອໂຄວິດ-19.

  ສະເພາະນະຄອນມູມໄບມີຜູ້ເສຍຊີວິດລາຍວັນໃໝ່ 862 ຄົນ ແລະເສຍຊີວິດສະສົມເປັນ 3.165 ຄົົນ ຂະນະທີ່ນະຄອນຫຼວງນີວເດລີມີຜູ້ເສຍຊີວິດຫຼາຍກວ່າ 400 ຄົນ ແລະມີຜູ້ເສຍຊີວິດເພີ່ມເປັນ 1.800 ຄົນ.

__________

ໜັງສືພິມເສດຖະກິດ-ສັງຄົມ