ອັງກິດຕັ້ງເປົ້າເຂົ້າເປັນສະມາຊິກ ຊີພີທີພີພີ

ອັງກິດປະກາດໃນວັນທີ 17 ມິຖຸນາທີ່ຜ່ານມາວ່າ ຈະເດີນໜ້າເຂົ້າເປັນສະມາຊິກຂໍ້ຕົກລົງຄວບຄຸມ ແລະກ້າວໜ້າເພື່ອຮຸ້ນສ່ວນທາງເສດຖະກິດປາຊີຟິກ (ຊີ ພີທີພີພີ) ທີ່ມີຜົນບັງຄັບໃຊ້ນັບຕັ້ງ ແຕ່ວັນທີ 30 ທັນວາ ປີ 2019 ແລະໄດ້ເລີ່ມຕົ້ນຮັບສະມາຊິກໃໝ່ ແລ້ວ.

ຕາມຂ່າວຕ່າງປະເທດລາຍ ງານວ່າ ທ່ານ ລິດ ທຣັສ ລັດຖະມົນຕີວ່າການກະຊວງການຄ້າສາກົນ ຂອງອັງກິດກ່າວວ່າ ລັດຖະບານອັງກິດຈະເດີນໜ້າເຂົ້າຮ່ວມເປັນສະມາຊິກຂອງ ຊີພີທີພີພີ ຊຶ່ງເປັນເຂດການຄ້າເສລີຂະໜາດໃຫຍ່ທີ່ສຸດໃນໂລກແຫ່ງໜຶ່ງ ຊຶ່່ງ ຊີພີທີພີີພີ ເປັນຂໍ້ຕົກລົງເຂດການຄ້າເສລີທີ່ ເຊື່ອມຕໍ່ການາດາກັບອີກ 10 ປະເທດເຊັ່ນ: ອົດສະຕຣາລີ, ບຣູໄນ, ຊີເລ, ຍີ່ປຸ່ນ, ມາເລເຊຍ, ເມັກຊິກ, ນູແວນເຊລັງ, ເປຣູ, ສິງກະໂປ ແລະ ສສ ຫວຽດນາມ ເມື່ອເດີນໜ້າເຕັມຮູບແບບ ທັງ 11 ປະເທດຈະລວມຕົວກັນເປັນກຸ່ມການຄ້າທີ່ມີຜູ້ບໍລິໂພກລວມກັນ 495 ລ້ານຄົນ ຄິດເປັນ 13,5% ຂອງຈີດີພີໂລກ.

ອັງກິດອອກຈາກການເປັນສະມາຊິກສະຫະພາບເອີຣົບໃນວັນທີ 31 ມັງກອນ ແຕ່ເງື່ອນໄຂຕົ້ນຕໍໃນການເປັນສະມາຊິກອີຢູຍັງຢູ່ໃນໄລຍະການປ່ຽນຜ່ານໄປຈົນເຖິງທ້າຍປີນີ້ ທັງອັງກິດ ແລະອີຢູ ຫວັງວ່າຈະມີການເຈລະຈາຂໍ້ຕົກລົງການຄ້າເສລີລະຫວ່າງທັງສອງຝ່າຍໃນທ້າຍປີນີ້.

--------

ໜັງສືພິມເສດຖະກິດ-ສັງຄົມ