ສິງກະໂປ ເລື່ອນສ້າງອາຄານສະໜາມບິນໃໝ່

 ສິງກະໂປຈະຂະຫຍາຍເວລາການກໍ່ສ້າງອາຄານ ຜູ້ໂດຍ ສານຫຼັງທີ 5 ຂອງສະໜາມບິນ ຊາງງີ ອອກໄປຢ່າງໜ້ອຍເປັນເວ ລາ 2 ປີ ເພື່ອປະເມີນຜົນກະທົບຂອງການແຜ່ລະບາດຂອງເຊື້ອ ໂຄວິດ-19 ຕໍ່ກັບທຸລະກິດການບິນ ແລະອະນາຄົດຂອງການເດີນທາງ ທ່ອງທ່ຽວຈະປ່ຽນແປງໄປເປັນຮູບແບບໃໝ່.

 ຕາມຂ່າວຕ່າງປະເທດລາຍ ງານວ່າ ທ່ານ ຄໍບຸນວັນ ລັດຖະມົນຕີກະຊວງຄົມມະນາຄົມຂອງສິງກະໂປກ່າວວ່າ:ລັດຖະບານພວມດຳເນີນການສຶກສາທຸລະກິດການ ບິນໃນການຫັນປ່ຽນໃໝ່ໃນຕໍ່ໜ້າ ແລະການອອກແບບອາຄານຜູ້ ໂດຍສານຫຼັງໃໝ່ຈະມີການປ່ຽນ ແປງ ເພື່ອຮອງຮັບຂໍ້ກຳນົດດ້ານ ຄວາມປອດໄພໃໝ່, ໃນຂະນະທີ່ສາຍການບິນຕ່າງໆມີຄວາມຕ້ອງການທີ່ປ່ຽນແປງໄປ. ຊຶ່ງລັດຖະບານຕັດສິນໃຈທີ່ຈະຢຸດການກໍ່ສ້າງອາຄານຜູ້ໂດຍສານຫຼັງໃໝ່ອອກໄປອີກ 2 ປີ ເພື່ອໃຫ້ລັດຖະບານໄດ້ສຶກສາເລື່ອງນີ້ໃຫ້ສຳເລັດສົມບູນໃນໄລຍະລະຫວ່າງປີ 2030-2040 ແລະຈະສາມາດຮອງຮັບຜູ້ໂດຍສານໄດ້ເຖິງ 50 ລ້ານເທື່ອຄົນຕໍ່ປີໃນເບື້ອງຕົ້ນ.

 ສະໜາມບິນຊາງງີ ເປັນສະໜາມບິນທີ່ຜູ້ໂດຍສານໃຊ້ງານ ຫຼາຍທີ່ສຸດແຫ່ງໜຶ່ງໃນໂລກ, ໂດຍປີ 2019 ໃຫ້ບໍລິການຜູ້ໂດຍສານຫຼາຍກວ່າ 68 ລ້ານເທື່ອຄົນກ່ອນ ທີ່ການທ່ອງທ່ຽວຈະປະສົບກັບບັນຫາຈາກການແຜ່ລະບາດຂອງພະຍາດໂຄວິດ-19.

-------

ໜັງສືິພິມເສດຖະກິດ-ສັງຄົມ