ເມືອງວຽງພູຄາ ມີການພັດທະນາດີຂຶ້ນ

  ການຈັດຕັ້ງປະຕິບັດພັດທະນາເສດຖະກິດ-ສັງຄົມ ຂອງເມືອງວຽງພູຄາ ແຂວງຫຼວງນໍ້າທາໃນປີ 2018 ມີການພັດທະນາດີຂຶ້ນ, ໂດຍສະເພາະພື້ນຖານໂຄງລ່າງ, ໄຟຟ້າອື່ນໆຊຶ່ງສະເລ່ຍລາຍຮັບໃສ່ຫົວຄົນ 7 ລ້ານກວ່າກີບຕໍ່ຄົນຕໍ່ປີ.

   ທ່ານ ໄໝຈ໋າຍ ຈັນຕະປະຊົດ ຮອງເຈົ້າ ເມືອງໆວຽງພູຄາ ແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ: ເມືອງວຽງພູຄາມີເນື້ອທີ່ 1.886 ກິໂລຕາແມັດ, ເນື້ອທີ່ພູດອຍກວມ 85% ຫ່າງຈາກເທສະບານ ແຂວງ 60 ກິໂລແມັດ, ມີ 7 ກຸ່ມບ້ານ, ປະກອບ 46 ບ້ານ, 4.583 ຄົວເຮືອນ, ມີພົນລະເມືອງ 24.806 ຄົນ ຍິງ 12.584 ຄົນ ມີ 8 ຊົນເຜົ່າ, ການຈັດຕັ້ງປະຕິບັດພັດທະນາເສດຖະກິດສັງ ຄົມໃນໄລຍະປີ 2018 ຜ່ານມາ, ເມືອງວຽງພູຄາ ມີສະຖຽນລະພາບທາງດ້ານການເມືອງ, ສັງ ຄົມມີຄວາມສະຫງົບ ແລະເປັນລະບຽບຮຽບ ຮ້ອຍ, ເປັນເມືອງທີ່ມີເສັ້ນທາງ R3 ຜ່ານ ຊຶ່ງ ເປັນທ່າແຮງໃນການພັດທະນາເສດຖະກິດ ສັງຄົມໂດຍສະເພາະດ້ານການບໍລິການ, ມີເສັ້ນ ທາງເຊື່ອມຕໍ່ບັນດາເມືອງ, ແຕ່ລະບ້ານມີເສັ້ນ ທາງລົດເຂົ້າເຖິງ, ມີໄຟຟ້າ, ນ້ຳປະປາ, ປະຊາ ຊົນຍຶດຖືເອົາການຜະລິດກະສິກຳປູກຝັງ ແລະ ລ້ຽງສັດເປັນສິນຄ້າ, ເສດຖະກິດຂະຫຍາຍຕົວ ຢ່າງຕໍ່ເນື່ອງ, 179 ຕື້ກວ່າກີບ ສະເລ່ຍລາຍຮັບ ຕໍ່ຫົວຄົນ 7,23 ລ້ານກີບຕໍ່ຄົນຕໍ່ປີ, ພື້ນຖານ ໂຄງລ່າງ ແລະການບໍລິການໄດ້ຮັບການພັດທະ ນາຈາກຕົວເມືອງຫາຊົນນະບົດ, ມີໂຄງການ ລົງທຶນກໍ່ສ້າງ ແລະສ້ອມແປງ 13 ໂຄງການ 13,11 ຕື້ກກີບ, ມີແຫຼ່ງທ່ອງທ່ຽວ 26 ແຫ່ງ, ມີບ້ານແບບຢ່າງສາທາລະນະສຸກ 36 ບ້ານ, ບ້ານວັດທະນະທຳ 34 ບ້ານ, ບ້ານພັດທະນາ  28 ບ້ານ, ບ້ານພົ້ນທຸກ 31 ບ້ານ ແລະບ້ານທີ່ ຍັງບໍ່ພົ້ນທຸກ 15 ບ້ານພາຍໃນເມືອງ, ສິ່ງທີ່ພົ້ນ ເດັ່ນແມ່ນການຜະລິດກະສິກຳ, ບໍ່ແຮ່ທາດ ຕ່າງໆເປັນສິນຄ້າສົ່ງອອກຄື: ຖ່ານຫີນ, ຫີນຂົບ.

     ທ່ານ ໄໝຈ໋າຍ ຈັນຕະປະຊົດ ກ່າວຕື່ມວ່າໃນ ປີ 2019 ນີ້ຈະສ້າງຄອບຄົວ ແລະບ້ານພັດທະ ນາໃຫ້ໄດ້ 10 ບ້ານ, ສ້າງກຸ່ມບ້ານພັດທະນາ 2 ກຸ່ມບ້ານ, ວາງແຜນການນຳໃຊ້ທີ່ດິນໃຫ້ໄດ້ 10 ບ້ານເປົ້າໝາຍ, ອັດຕາຂະຫຍາຍຕົວຂອງເສດ ຖະກິດ 211 ຕື້ກວ່າກີບ ສະເລ່ຍໃສ່ຫົວຄົນໃຫ້ ໄດ້ 8 ລ້ານກີບຕໍ່ຄົນຕໍ່ປີ ແລະມີຄວາມຕ້ອງ ການໂຄງການລົງທຶນພາຍໃນ ແລະຕ່າງປະເທດ 26 ໂຄງການ ມູນຄ່າ 9,9 ຕື້ກີບ ໃນນີ້ ທຶນລັດ 17 ໂຄງການ ມູນຄ່າ 8,04 ຕື້ກີບ, ທຶນເອກະ ຊົນພາຍໃນ 9 ໂຄງການ ມູນຄ່າ 1,86 ຕື້ກີບ.