ຍອດຂາຍລົດໃໝ່ໃນເອີຣົບຫຼຸດລົງ

 ຍອດຂາຍລົດໃໝ່ໃນເອີຣົບຫຼຸດລົງອີກໃນເດືອນພຶດສະພາ ປີ 2020 ໂດຍເປັນຜົນມາຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19. ຕາມຂ່າວຕ່າງປະເທດລາຍງານວ່າ ຂໍ້ມູນອຸດສາຫະກຳການຄ້າລະບຸວ່າຍອດຂາຍລົດໃໝ່ໃນສະຫະພາບເອີຣົບ,ອັງກິດ ແລະປະເທດອື່ນໆໃນພາກພື້ນຫຼຸດລົງເຖິງ 56,8% ໃນເດືອນພຶດສະພາ ເມື່ອທຽບກັບເດືອນດຽວກັນຂອງປີກ່ອນ ໂດຍຂາຍ ໄດ້ພຽງ 623,812 ຄັນ ແຕ່ກໍຍັງດີກວ່າເດືອນເມສາທີ່ມີຍອດຂາຍຫຼຸດລົງເຖິງ 78,3%, ເມື່ອຈຳແນກຕາມຜູ້ຜະລິດ ໂຟລກສະວາເກນ ຊຶ່ງມີສ່ວນແບ່ງການຕະຫຼາດສູງສຸດມີຍອດຂາຍຫຼຸດລົງ 56,7%, ລົດຊີຕອງຫຼຸດລົງ 59,7%, ເຣໂນລຫຼຸດລົງ 53,7%, ສ່ວນລົດຍີ່ປຸ່ນກໍມີຍອດຂາຍຫຼຸດລົງຫຼາຍເຊັ່ນກັນ ໂດຍ ຮອນດ້າ ມີຍອດ ຂາຍໃນເອີຣົບຫຼຸດລົງ 69,9%, ນິສສັນຫຼຸດລົງ 66,4%, ມາສດ້າຫຼຸດລົງ 60,4%, ໂຕໂຢຕ້າຫຼຸດລົງ 54,5% ແລະມິດຊູບິຊິຫຼຸດ ລົງ 48,1%.

ເອີຣົບກຳລັງກັບມາເລີ່ມກິດຈະກຳທາງເສດຖະກິດແຕ່ການຟື້ນຕົວຂອງຍອດ ຂາຍລົດໃໝ່ຍັງລໍຕົວ ເນື່ອງຈາກມີຄວາມກັງວົນເລື່ອງການລະບາດຮອບສອງ.

 -------

ໜັງສືພິມເສດຖະກິດ-ສັງຄົມ