ໃຜທີ່ມັກເປັນຫວັດຄວນຫາກິນ 3 ສະໝຸນໄປຕໍ່ໄປນີ້

  ຊ້ວງອາກາດປ່ຽນແປງຕະຫຼອດແບບນີ້ບຸດຮ້ອນບຸດຝົນຄົນທີ່ມີພູມຕ້ານທານຕໍ່າກໍມັກຈະເຈັບເປັນໄດ້ງ່າຍໃນຄໍລໍາສາລະໜ້າຮູ້ມື້ນີ້ເລີຍມາແນະນໍາອາຫານທີ່ສ້າງພູມຕ້ານທານຈະມີເມນູຫຍັງແນ່ໄປເບິ່ງພ້ອມກັນເລີຍ.

  • - ອາຫານທີ່ມີລົດເຜັດເຊັ່ນ: ແກງເຫັດ, ແກງສົ້ມປາ ຫຼືຕໍາໝາກຮຸ່ງເພາະອາຫານປະເພດນີ້ຈະມີເຄື່ອງແກງທີ່ຊ່ວຍໃຫ້ຫາຍໃຈສະດວກສ່ວນໝາກຮຸ່ງກະມີປະໂຫຍດຊ່ວຍຕ້ານໄວຣັດ ແລະທີ່ສໍາຄັນເປັນຕົວຊ່ວຍໃຫ້ຖ່າຍສະດວກ.
  • - ນໍ້າຂິງ: ຖືໄດ້ວ່າເປັນເມນູລ້າງສານພິດເລີຍແກ້ທ້ອງອຶດ, ແໜ້ນທ້ອງ, ຊ່ວຍຍ່ອຍອາຫານໄດ້ດີ ແລະໃຜທີ່ເປັນຫວັດນໍ້າຂິງອຸ່ນໆ ຈະຊ່ວຍຂັບສານພິດອອກທາງຜີວໜັງໂດຍຜ່ານເຫື່ອ ແລະຊ່ວຍປັບອຸນຫະພູມໃຫ້ອຸ່ນຂຶ້ນ.
  • - ຊາຮ້ອນ: ມີສານທີ່ຊ່ວຍຫຼຸດອາການຕິດເຊື້ອໃນລະບົບທາງເດີນຫາຍໃຈຊ່ວຍໃຫ້ຫາຍໃຈສະດວກບໍ່ວິນຫົວແກ້ອາການໄອແບບແຫ້ງໆ.