ແຂ່ງຂັນກີລາດອກປີກໄກ່ ຈັດຂຶ້ນທ້າຍເດືອນນີ້

 ການແຂ່ງຂັນກີລາດອກປີກໄກ່ຊີງແຊ໋ມນາໆຊາດ ຫຼື ລາຍການແບັດມິນຕັນເບຍລາວ ອິນເຕີເນ ເຊິນນອລຊີຣີ 2019 (Badminton Beerlao Inter nationalSeries) ເພື່ອເປັນການສະສົມຄະແນນລະດັບໂລກ“ເວີດແລັງກິງ” ຈະຈັດຂຶ້ນລະ ຫວ່າງວັນທີ 19-24 ກຸມພາ ນີ້ທີ່ ສປປ  ລາວ  ຮັບກຽດເປັນເຈົ້າພາບໃຫ້ການສະໜັບສະໜູນຫຼັກ ໂດຍບໍລິສັດເບຍລາວຈໍາກັດ.

  ພິທີມອບ-ຮັບການອຸປະຖຳເງິນ108 ລ້ານກີບຂອງບໍລິສັດເບຍລາວຈຳກັດສະໜັບສະໜູນການ ແຂ່ງຂັນກີລາດອກປີກໄກ່ຊີງແຊ໋ມນາໆຊາດໄດ້ມີຂຶ້ນເມື່ອວັນທີ 8 ກຸມພາຜ່ານມາ ທີ່ຫ້ອງການຄະນະກຳມະການໂອແລມປິກແຫ່ງຊາດລາວ ໂດຍໃຫ້ກຽດເຂົ້າຮ່ວມ ແລະ                                             ກ່າວມອບຂອງທ່ານຈັນສະໝອນຜອງຈັນທາ ຜູ້ຈັດການຝ່າຍການຕະຫຼາດບໍລິສັດເບຍລາວຈຳກັດແລະກ່າວຮັບແມ່ນທ່ານ ສົມສະ ແຫວງ ແສງສີລາວົງ ຮັກສາການ ປະທານ ແລະ ເລຂາທິການສະຫະພັນດອກປີກໄກ່ແຫ່ງຊາດລາວເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ກະເສມອິນທະລາ ຮອງປະທານ ຄະນະກຳມະການໂອແລມປິກແຫ່ງຊາດລາວ, ຕາງໜ້າສະຖານທູດມາເລເຊຍ ປະຈຳ ສປປ ລາວ ພ້ອມ ດ້ວຍຄະນະບໍລິຫານງານສະຫະ ພັນດອກປີກໄກ່ແຫ່ງຊາດ, ຄູຝຶກ ແລະ ນັກກີລາຕະຫຼອດຮອດສື່ມວນຊົນທຸກຂະແໜງການ.

  ທ່ານ ສົມສະແຫວງແສງສີລາວົງ ກ່າວວ່າ: ການແຂ່ງຂັນກີລາດອກປີກໄກ່ຊີງແຊ໋ມນາໆຊາດປະຈຳປີ 2019 ຫຼື ລາຍການແບັດມິນຕັນເບຍລາວອິນເຕີເນເຊິນນອລ ຊີຣີ 2019 ຈັດຂຶ້ນເພື່ອເປັນການສະສົມຄະແນນລະດັບໂລກ ຫຼື ເວີດແລັງກິງ ໂດຍໄດ້ຮັບການສະໜັບສະໜູນຈາກຫຼາຍພາກສ່ວນ ໂດຍ ສະເພາະບໍລິສັດເບຍລາວຈຳກັດຈຳນວນ 108  ລ້ານກີບ, ລາຍການນີ້ ສປປ ລາວ ເຄີຍຮັບກຽດເປັນ ເຈົ້າພາບຈັດແຂ່ງຂັນມາແລ້ວ 4 ຄັ້ງກໍ່ຄືຈັດຂຶ້ນເມື່ອປີ 2008, 2009, 2010 ແລະປີ 2017, ລາຍການ ດັ່ງກ່າວເປັນລາຍການຮອງລະດັບ ການແຂ່ງຂັນລະດັບໂລກ ຊຶ່ງມີນັກກີລາ 190 ກວ່າຄົນ ລະດັບ ທອບ ຂອງໂລກ ຈາກ 14  ປະເທດ ເຂົ້າຮ່ວມປະກອບມີ ສປປ ລາວ ເຈົ້າພາບ, ໄທ, ສສ ຫວຽດນາມ, ມາເລເຊຍ, ສິງກະໂປ, ອົດສະຕາ ລີ, ຍີ່ປຸ່ນ, ອິນເດຍ, ສະຫະລັດອາເມລິກາ, ອັງກິດ, ການາດາ, ສະວີເດັນ (ຊູແອັດ), ເດັນມາກ ແລະ ອິນໂດເນເຊຍ ມີການຊີງໄຊທັງໝົດ 5 ລາຍການຄື: ປະເພດດ່ຽວຍິງ, ດ່ຽວຊາຍ, ຄູ່ຍິງ, ຄູ່ຊາຍ ແລະທີມ ຄູ່ປະສົມ.

  ທ່ານ ບຸນຍະແສງ ນະຊຽງຄຳ ຮອງເລຂາທິການສະຫະພັນດອກ ປີກໄກ່ແຫ່ງຊາດລາວໃຫ້ຮູ້ວ່າ: ການແຂ່ງຂັນຄັ້ງນີ້ມີຄວາມພ້ອມ 100%, ໃນໄລຍະກະກຽມກໍ່ມີຜູ້ ຊ່ຽວຊານສະຫະພັນດອກປີກໄກ່ ສາກົນໄດ້ລົງມາຕິດຕາມ ແລະ ກວດ ສອບສະໜາມແຂ່ງຂັນຊຶ່ງສາມາດຈັດການແຂ່ງຂັນໄດ້ຕາມແຜນທີ່  ວາງໄວ້, ສະນັ້ນ ການແຂ່ງຂັນຈະບໍ່ໄດ້ເກັບປີ້ຈາກແຟນພັນແທ້ດອກປີກໄກ່ລາວ ທຸກຄົນສາມາດຕິດ ຕາມເຂົ້າຮ່ວມຊົມ ແລະ ເຊຍໄດ້ ແບບຟຣີບໍ່ເສຍຄ່າໃດໆ. ລາຍການດັ່ງກ່າວໃນເບື້ອງຕົ້ນມີນັກກີລາ ດອກປີກໄກ່ລາວ ລົງທະບຽນເຂົ້າ ຮ່ວມແຂ່ງຂັນ 31 ຄົນ ແຕ່ ຜ່ານ ການສະມັກ ແລະ ຄັດເລືອກຕົວຈິງ ໄດ້ສົ່ງພຽງ 23 ຄົນ, ຍິງ 3 ຄົນ, ປັດຈຸບັນໄດ້ເກັບຕົວຝຶກຊ້ອມຢ່າງ ເຕັມທີ່ ໂດຍມີຄູຝຶກຕ່າງປະເທດຝຶກ ຊ້ອມໃຫ້ທີ່ສະໂມສອນດອກປີກໄກ່ ເຊດຖາ  ພວກເຮົາຕັ້ງເປົ້າໄວ້ທີ່ປະເພດຄູ່ຊາຍ ແລະຄູ່ປະສົມຈະສາມາດຜ່ານເຂົ້າເຖິງຮອບ 8 ຄົນສຸດທ້າຍ ໂດຍຈະມີການຊີງເງິນລາງ ວັນລວມ 87 ລ້ານກີບ ຫຼື  ປະມານ 10  ພັນໂດລາ,  ສໍາລັບລາງວັນທີ 1 ແຕ່ລະລາຍການຈະໄດ້ເງິນ 7 ລ້ານກີບ, ທີ 2 ຈະໄດ້ເງິນລາງວັນ ລາຍການລະ  3,5  ລ້ານກີບ ສ່ວນນັກກີລາທີ່ເຂົ້າຮອບຮອງຊະນະເລີດຈະໄດ້ເງິນລາງວັນລາຍການ ລະ 1,8 ລ້ານກີບ ແລະຜ່ານເຂົ້າ ຮອບ 8 ທີມ ຈະໄດ້ເງິນລາງວັນ ລາຍການລະ 1 ລ້ານກີບ.

  ທ່ານ ຈັນສະໝອນ ຜອງຈັນທາ ໄດ້ຢືນຢັນໃຫ້ຮູ້ຕື່ມອີກວ່າ: ຕະຫຼອດໄລຍະ 10 ກວ່າປີທີ່ຜ່ານມາ ບໍລິ ສັດເບຍລາວຈຳກັດມີຄວາມພາກພຸມໃຈເປັນຢ່າງຍິ່ງທີ່ໄດ້ມີສ່ວນຮ່ວມໃນການສະໜັບສະໜູນການພັດທະນາວົງການກີລາດອກປີກ ໄກ່ລາວ ຈົນເຕີບໃຫຍ່ຂະຫຍາຍ ຕົວຢ່າງກວ້າງຂວາງ ແລະ ສາມາດ ຈັດການແຂ່ງຂັນໄດ້ໃນລະດັບນີ້ຂໍຊົມເຊີຍຢ່າງສຸດເອີກສຸດໃຈ ແລະ ເພື່ອເປັນການສ້າງສີສັນໃຫ້ແກ່ ງານແຂ່ງຂັນຄັ້ງນີ້ໃຫ້ມີບັນຍາກາດຟົດຟື້ນພໍດີແທດເໝາະທີ່ບໍລິສັດ ໄດ້ມີຜະລິດຕະພັນຂຶ້ນມາໃໝ່ເປັນ ຕົ້ນແມ່ນເຄື່ອງດື່ມຊາລິບຕັນ ແລະ ນ້ຳດື່ມ, ສະນັ້ນພວກເຮົາຈະຈັດໃຫ້ ມີຫຼາຍກິດຈະກໍາເພື່ອເຮັດໃຫ້ງານ ນີ້ມີຄວາມເບີກບານ ແລະ ມ່ວນຊື່ນ ທີ່ສຸດ.