ສະຫຼຸບການເຄື່ອນໄຫວວຽກຄຸ້ມຄອງເງິນຕາຕ່າງປະເທດ ແລະສົ່ງເສີມການນຳໃຊ້ເງິນກີບ

  ສາຂາທະນາຄານແຫ່ງ ສປປ ລາວ ພາກກາງ ແຂວງສະຫວັນນະເຂດ ຮ່ວມກັບຫ້ອງວ່າການປົກຄອງແຂວງຈັດກອງປະຊຸມຄະນະກຳມະການຕິດຕາມການຈັດຕັ້ງປະ ຕິບັດການບັງຄັບໃຊ້ກົດໝາຍຄຸ້ມຄອງເງິນຕາຕ່າງປະເທດ ແລະ ສົ່ງເສີມການນຳໃຊ້ເງິນກີບຂັ້ນແຂວງຂຶ້ນທີ່ຫ້ອງປະຊຸມຂອງທະນາຄານດັ່ງກ່າວໂດຍການເປັນປະທານຂອງທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ, ມີຄະນະນຳຈາກເມືອງ, ນະຄອນ, ສະພາປະຊາຊົນແຂວງພະແນກການກົມກອງອ້ອມຂ້າງແຂວງ, ປກຊ-ປກສ, ບັນດາທະນາຄານລັດ-ເອກະຊົນ ແລະພາກສ່ວນຕ່າງໆທີ່ກ່ຽວຂ້ອງພາຍໃນແຂວງເຂົ້າຮ່ວມ.

  ໂອກາດກ່າວເປີດກອງປະຊຸມຂອງທ່ານ ທ່ອນແກ້ວ ພຸດທະໄກ ຍະລາດ ກໍໄດ້ຮຽກຮ້ອງມາຍັງພາກສ່ວນຕ່າງໆທັງພາກລັດ ແລະເອກະຊົນທີ່ກ່ຽວຂ້ອງໂດຍສະເພາະຄະນະກຳມະການຕິດຕາມ ການຈັດຕັ້ງປະຕິບັດການບັງຄັບໃຊ້ກົດໝາຍຄຸ້ມຄອງເງິນຕາຕ່າງປະເທດ ແລະສົ່ງເສີມການນຳໃຊ້ເງິນກີບຂັ້ນແຂວງຈົ່ງໄດ້ພ້ອມກັນປະກອບຄຳຄິດຄຳເຫັນ ແລະປຶກສາຫາລືຮ່ວມກັນໃນວຽກງານທີ່ຍັງຄ້າງຄາໂດຍສະເພາະການເອີ້ນລາຄາສິນຄ້າບາງປະເພດເຊັ່ນວ່າ: ລົດ, ຄຳ, ທີ່ດິນ ຯລຯ ເຫັນວ່າສ່ວນໃຫຍ່ແມ່ນຍັງໃຊ້ເປັນເງິນຕາຕ່າງປະເທດຢູ່ສະນັ້ນ,ພວກເຮົາຕ້ອງໄດ້ຊອກທິດທາງແກ້ໄຂຮ່ວມກັນອີກແນໃສ່ເພື່ອເຮັດໃຫ້ການຄຸ້ມຄອງເງິນຕາຕ່າງປະເທດເຂົ້າສູ່ລະບຽບກົດ ໝາຍ.

  ໃນພິທີ, ທ່ານ ວົງພະຈັນ ແສງສຸວັນ ວ່າການຫົວໜ້າສາຂາທະນາຄານແຫ່ງ ສປປ ລາວ ພາກກາງ ແຂວງສະຫວັນນະເຂດ ໄດ້ຂຶ້ນຜ່ານບົດສະຫຼຸບລາຍງານເຄື່ອນ ໄຫວວຽກງານຄຸ້ມຄອງເງິນຕາຕ່າງປະເທດ ແລະ ສົ່ງເສີມການນຳໃຊ້ເງິນກີບຂອງຄະນະ ແລະ ອະນຸກຳມະການໃນປີ 2019 ແລະ ທິດທາງແຜນການເຄື່ອນໄຫວປີ 2020 ໂດຍສັງເຂບວ່າ: ໃນໄລຍະ 1 ປີຜ່ານມາການເຄື່ອນໄຫວຂອງຄະນະ ແລະ ກຳມະການຂັ້ນແຂວງພວກເຮົາແມ່ນເນັ້ນໃສ່ການຈັດກອງປະຊຸມເຜີຍແຜ່ກົດ ໝາຍ ແລະລະບຽບການກ່ຽວກັບການຄຸ້ມຄອງເງິນຕາຕ່າງປະເທດ ແລະ ສົ່ງເສີມການນຳໃຊ້ເງິນກີບຢູ່ບັນດາເມືອງ ແລະຈັດກິດຈະກຳສົ່ງເສີມການນຳໃຊ້ເງິນກີບໃຫ້ບັນດາຄູ-ອາຈານແລະນັກຮຽນ-ນັກສຶກສາຢູ່ສະຖາບັນການສຶກສາຕ່າງໆ, ລົງຕິດຕາມກວດກາ ສະພາບການນຳໃຊ້ເງິນຕາຕ່າງປະເທດຢູ່ບັນດາຕະຫຼາດ, ຫ້າງຮ້ານ

ແລະ ງານບຸນປະເພນີຕ່າງໆເຮັດໃຫ້ສັງຄົມຮັບຮູ້ເຂົ້າໃຈ ແລະ ເຫັນໄດ້ຄວາມສຳຄັນຂອງການຫຼຸດຜ່ອນການນຳໃຊ້ເງິນຕາຕ່າງປະເທດ, ບັນດາພາກສ່ວນລັດກໍ່ໄດ້ໃຫ້ຄວາມຮ່ວມມືກັນຢ່າງກົມກຽວເຮັດໃຫ້ການຄຸ້ມຄອງເງິນຕາຕ່າງປະເທດໄດ້ຫັນເຂົ້າສູ່ການຄຸ້ມຄອງຢ່າງລວມສູນ ແລະ ເຂົ້າສູ່ລະບົບເທື່ອລະກ້າວມາຮອດປະຈຸບັນທົ່ວ ແຂວງມີຮ້ານແລກປ່ຽນເງິນຕາທັງໝົດ 24 ຮ້ານ, ໃນປີ 2019 ໄດ້ ມີບໍລິສັດສະເໜີຢັ້ງຢືນນຳເຂົ້າທຶນ ຈາກຕ່າງປະເທດນຳສາຂາທະນາຄານແຫ່ງ ສປປ ລາວ ພາກກາງ ແຂວງສະຫວັນນະເຂດຈຳນວນ 23 ເທື່ອບໍລິສັດລວມທຶນທີ່ມາຢັ້ງຢືນທັງໝົດ 29,15 ລ້ານໂດລາສະຫະລັດ ໃນນີ້ທຶນທີ່ເປັນເງິນກູ້ຢືມຈາກຕ່າງປະເທດມີ 5,18 ລ້ານໂດ ລາສະຫະລັດ.