ໂຢຮັນ ນັກຮ້ອງໜຸ່ມວົງ TST ເສຍຊີວິດໃນອາຍຸ 28 ປີ

 ໂຢຮັນ ສະມາຊິກວົງບອຍ ແບນ TST ໃນ ສ.ເກົາຫຼີເສຍຊີວິດໃນອາຍຸ 28 ປີ ຂະນະທີ່ບໍລິສັດຕົ້ນສັງກັດອອກຖະແຫຼງການ ຢືນຢັນວ່າ ໂຢຮັນຈາກໂລກນີ້ໄປ ແລ້ວ.

   ເປັນຂ່າວເສົ້າໃນວົງການເພງ K-Pop ອີກຄັ້ງເມື່ອໂຢຮັນ ນັກຮ້ອງໜຸ່ມຄົນ ສ.ເກົາຫຼີສະມາຊິກ ບອຍແບນ TST (Top Secret)ໃນ ສ.ເກົາຫຼີໄດ້ເສຍຊີວິດດ້ວຍອາຍຸ 28 ປີ ໃນວັນທີ 16 ມິຖຸນາທີ່ ຜ່ານມາ ໂດຍຂະນະນີ້ຍັງບໍ່ມີການເປີດເຜີຍສາເຫດການເສຍຊີວິດ ດ້ານບໍລິສັດ KJ Music Enter tainment ໄດ້ອອກຖະແຫຼງການຢືນຢັນການຈາກໄປຂອງໂຢຮັນ ໂດຍ ລະບຸວ່າພວກເຮົາມີຄວາມເສຍໃຈທີ່ຈະແຈ້ງໃຫ້ທ່ານຮູ້ວ່າໂຢຮັນສະມາຊິກວົງໄດ້ຈາກໂລກນີ້ໄປແລ້ວ ໂດຍຂະນະນີ້ທາງຄອບຄົວຂອງ ໂຢຮັນກຳລັງຢູ່ໃນຄວາມໂສກເສົ້າເສຍໃຈຢ່າງຍິ່ງພ້ອມກັນນີ້ທາງຄອບຄົວຍັງຂໍຮ້ອງສື່ບໍ່ໃຫ້ລາຍງານ ຂ່າວ ຫຼື ຂໍ້ສົງໄສຕ່າງໆກ່ຽວກັບສາເຫດທີ່ເຮັດໃຫ້ໂຢຮັນເສຍຊີວິດ.

--------

ຮຽບຮຽງໂດຍ: ແກ້ວ