ຮູ້ໄວ້ມີປະໂຫຍດສັບພະຄຸນຂອງຖົ່ວຂຽວ

 ຖົ່ວຂຽວອຸດົມໄປດ້ວຍວິຕາມີນອີ ຊຶ່ງເປັນສານຕໍ່ຕ້ານອະນຸມູນອິດສະຫຼະທີ່ຊ່ວຍຮັກສາ ແລະ ສ້າງຄວາມແຂງແຮງໃຫ້ກັບເຊວຜິວໜັງຊ່ວຍເພີ່ມຄວາມຊຸ່ມຊື່ນໃຫ້ແກ່ຜີວ ແລະຍັງຊ່ວຍປົກປ້ອງຜິວຈາກຄວາມເສຍຫາຍທີ່ເກີດຈາກມົນພາວະອີກດ້ວຍ, ຊ່ວຍຫຼຸດລະດັບໄຂມັນ ແລະຄໍເລສເຕີລໍຊ່ວຍຄວບຄຸມລະດັບໄຂມັນໃນເລືອດ, ຄວບຄຸມນໍ້າ ໜັກເພາະຖົ່ວຂຽວມີສ່ວນປະກອບຂອງໄຂມັນທີ່ຕໍ່າຫຼາຍ, ບໍ່ມີຄໍເລສເຕີລໍ ແລະຍັງອຸດົມສົມບູນໄປດ້ວຍໂປຣຕີນກັບເສັ້ນໄຍອາຫານ.

  ນອກນັ້ນ, ຖົ່ວຂຽວມີເສັ້ນໄຍອາຫານສູງຈິ່ງຊ່ວຍໃນການຂັບຖ່າຍ, ປ້ອງກັນອາການຖອກທ້ອງຊ່ວຍ ຫຼຸດຄວາມສ່ຽງຂອງການເກີດມະເຮັງລຳໄສ້ໃຫຍ່  ແລະສົ່ງຜົນດີຕໍ່ລະບົບລຳໄສ້ໂດຍລວມອີກດ້ວຍ.

--------------

ຮຽບຮຽງໂດຍ: ຟ້າ