ອິນໂດເນເຊຍຫຼຸດດອກເບ້ຍລົງ 0,25%

  ວັນທີ 19 ເດືອນມິຖຸນາທີ່ຜ່ານມາ ທະນາຄານກາງອິນໂດເນເຊຍຫຼຸດອັດຕາດອກເບ້ຍນະໂຍບາຍເປັນເທື່ອທີ່ 3 ໃນປີນີ້ ແລະ ຫຼຸດປະເມີນການຂະຫຍາຍຕົວທາງເສດ ຖະກິດທັງໝົດປີລົງ ເພາະຜົນກະທົບຈາກການແຜ່ລະບາດຂອງເຊື້ອໂຄວິດ-19.

   ຕາມຂ່າວຕ່າງປະເທດລາຍງານວ່າ ທະນາຄານກາງອິນໂດເນເຊຍຫຼຸດອັດຕາດອກເບ້ຍກູ້ຢືມລົງ 0,25% ເຫຼືອ 4,25% ແລະຫຼຸດປະເມີນການການຂະຫຍາຍຕົວທາງເສດຖະກິດປີນີ້ທັງປີຈາກ 2,3% ເຫຼືອ 0,9-1,9% ຫຼັງຈາກລັດຖະບານເຕືອນເມື່ອບໍ່ທໍ່ໃດວັນກ່ອນວ່າໄຕມາດສອງປີນີ້ເສດຖະກິດອາດຈະຫົດຕົວລົງ 3,1%, ທ່ານ ເພີຣີ ວາຈິໂຢ ຜູ້ວ່າການທະນາຄານດາງອິນໂດເນເຊຍກ່າວວ່າ ການຕັດສິນໃຈຄັ້ງນີ້ສອດຄ່ອງກັບຄວາມພະຍາຍາມຮັັກສາສະຖຽນລະພາບ ແລະກະຕຸ້ນເສດຖະກິດໃນຍຸກໂຄວິດ-19 ພ້ອມກັບສົ່ງສັນຍາວ່າຍັງສາມາດຫຼຸດດອກເບ້ຍລົງໄດ້ອີກໃນໄລຍະຫຼາຍເດືອນຕໍ່ໜ້າແຕ່ຄາດວ່າເສດຖະກິດຈະຟື້ນຟູໄດ້ໃນປີໜ້າ.

    ອິນໂດເນເຊຍອອກມາດຕະການກະຕຸ້ນເສດຖະກິດມູນຄ່າ 48 ຕື້ໂດລາສະຫະລັດ ແລະເລີ່ມໃຊ້ນະໂຍບາຍຄວາມປົກກະຕິໃໝ່ຫຼືນີວນໍມັລໃນເດືອນນີ້ເຊັ່ນ: ຄ່ອຍໆຜ່ອນຄາຍມາດຕະການຈຳກັດການເດີນທາງເພື່ອປະຄອງເສດຖະກິດທີ່ໄດ້ຮັບຜົນກະທົບໜັກຂະນະທີ່ຍອດຄົນເຈັບໂຄວິດ-19 ສະສົມແຊງໜ້າສິງກະໂປຂຶ້ນມາເປັນຫຼາຍທີ່ສຸດໃນອາຊຽນຢູ່ທີ່ 40 ພັນຄົນໃນວັນທີ 18 ມິຖຸນາທີ່ຜ່ານມາ ແລະພົບຄົນເຈັບຕິດເຊື້ອໃໝ່ອີກ 1.331 ຄົນ ລວມເປັນ 42.762 ຄົນ, ມີຜູ້ເສຍຊີວິດເພີ່ມ 63 ຄົນ ລວມເປັນ 2.339 ຄົນ ສູງທີ່ສຸດໃນອາຊີຕາເວັນອອກນອກຈາກ ສປ ຈີນ.

___________

ໜັງສືພິມເສດຖະກິດ-ສັງຄົມ