ຫວຽດນາມຫາລືໃຫ້ຈີນ-ຍີ່ປຸ່ນ- ສ ເກົາຫຼີເຂົ້າປະເທດ

  ສສ ຫວຽດນາມກຳລັງປຶກສາຫາລືເລື່ອງຫຼຸດຜ່ອນໃຫ້ຄົນຈາກສປ ຈີນ, ຍີ່ປຸ່ນ ແລະສ ເກົາຫຼີ ເດີນທາງເຂົ້າປະເທດ ຫຼັງຈາກຈຳກັດຕ່າງຊາດເຂົ້າມາປະເທດເພື່ອຄວບຄຸມພະຍາດຕິດຕໍ່ເຊື້ອໂຄວິດ-19 ສື່ຍີ່ປຸ່ນລະບຸວ່າ ຍີ່ປຸ່ນຈະຫຼຸດຜ່ອນໃຫ້ຄົນຈາກອົດສະຕຣາລີ, ນູແວນເຊລັງ, ໄທ ແລະຫວຽດນາມເຂົ້າປະເທດ.

   ຕາມຂ່າວຕ່າງປະເທດລາຍງານວ່າ ຫົວໜ້າກະຊວງຕ່າງປະເທດຫວຽດນາມຖະແຫຼງວ່າ ການຟື້ນຕົວການທ່ອງທ່ຽວຈາກຕ່າງປະເທດຈະຕ້ອງຢູ່ບົນພື້ນຖານຂອງມາດຕະການປ້ອງກັນພະຍາດຢ່າງເຄັ່ງຄັດ ຫວຽດນາມຈະຫຼຸດຜ່ອນໃຫ້ນັກທຸລະກິດ ແລະຜູ້ມີທັກສະກັບເຂົ້າມາເຮັດວຽກກ່ອນເປັນອັນດັບທຳອິດ ຂະນະດຽວກັນຊາວຫວຽດນາມກໍຄວນໄດ້ກັບໄປເຮັດວຽກໃນປະເທດເຫຼົ່ານີ້ ໂດຍມີລາຍງານລະບຸວ່າ ຜູ້ບໍລິຫານລົດໄຟຢູ່ນະຄອນຫຼວງຮ່າໂນ້ຍລະບຸວ່າ ພົນລະເມືອງຈີນປະມານ 1.000 ຄົນ ຈະເດີນທາງດ້ວຍລົດໄຟກັບມາເຮັດວຽກທີ່ນະຄົມອຸດສາຫະກຳແຂວງກວາງຫງາຍ ໃນເດືອນນີ້ ໂດຍຈະຖືກກັກຕົວ 14 ວັນ ທັນທີທີ່ເດີນທາງມາເຖິງ ຊຶ່ງຫວຽດນາມພົບຜູ້ຕິດເຊື້ອໂຄວິດ-19 ສະສົມພຽງ 335 ຄົນ ບໍ່ມີຜູ້ເສຍຊີວິດ ແລະບໍ່ມີຜູ້ຕິດເຊື້ອພາຍໃນປະເທດດົນກວ່າ 2 ເດືອນແລ້ວ.

 ຂະນະດຽວກັນສຳນັກຂ່າວ ຈິຈີເພສຂອງຍີ່ປຸ່ນລາຍງານວ່າ ທ່ານ ຊິນໂຊ ອາເບະນາຍົກລັດຖະມົນຕີຂອງຍີ່ປຸ່ນເປີດເຜີຍວ່າ ຈະຫຼຸດຜ່ອນການຈຳກັດການເຂົ້າປະເທດໃຫ້ກັບຜູ້ທີ່ເດີນທາງມາຈາກອົດສະຕຣາລີ, ນູແວນເຊລັງ, ໄທ ແລະຫວຽດນາມ ຊຶ່ງອຸດສາຫະກຳການທ່ອງທ່ຽວໃນປະເທດເລີ່ມຟື້ນຕົວ ຫຼັງຈາກລັດຖະບານຍົກເລີກສະຖານະການສຸກເສີນໃນເດືອນພຶດສະພາທີ່ຜ່ານມາ.

------

ໜັງສືພິມເສດຖະກິດ-ສັງຄົມ