ສໍາເລັດກອງປະຊຸມໃຫຍ່ອົງຄະນະພັກ ກອງບັນຊາການທະຫານແຂວງຫຼວງພະບາງ

ກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກກອງບັນຊາການທະຫານແຂວງຫຼວງພະບາງໄດ້ໄຂຂຶ້ນ ແລະ ອັດລົງດ້ວຍຜົນສໍາເລັດໃນວັນທີ 15 ມິຖຸນາ 2020 ໂດຍເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄໍາຫຼ້າ ວົງວິໄລ ກໍາມະການພັກແຂວງ,ເລຂາຄະນະພັກຫົວໜ້າການທະຫານກອງບັນຊາການທະຫານແຂວງຫຼວງພະບາງ, ເປັນກຽດເຂົ້າຮ່ວມມີ ສະຫາຍຄໍາຂັນ ຈັນທະວີສຸກ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຫຼວງພະບາງ, ສະຫາຍ ພົນຕີ ແອສະໄໝ ເລືອງວັນໄຊ ຄະ ນະປະຈໍາພັກກະຊວງຮອງລັດຖະມົນຕີກະຊວງປ້ອງກັນປະເທດ,ມີຕາງໜ້າກົມຈັດຕັ້ງພັກກົມໃຫຍ່ການເມືອງກອງທັບ, ມີເລຂາພັກເມືອງອ້ອມຂ້າງ ແລະແຂກຮັບເຊີນຈາກຮາກຖານພັກ, ພ້ອມດ້ວຍຜູ້ແທນສົມບູນຈຳນວນ 73 ສະຫາຍທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວກອງບັນຊາການທະຫານແຂວງເຂົ້າຮ່ວມ.

ສະຫາຍ ພົນຈັດຕະວາ ຄໍາຫຼ້າ ວົງວິໄລ ກ່າວວ່າ: ກອງປະຊຸມໃຫ່ຍຄັ້ງນີ້ຈະໄດ້ຮັບຟັງການຜ່ານບົດລາຍງານການເມືອງທັງສອງພາກ, ບົດສຳຫຼວດການນຳພາລວມບົນພື້ນຖານໜ້າທີ່ການເມືອງປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ຊຶ່ງໄດ້ຍົກ ໃຫ້ເຫັນຜົນງານຫຼາຍດ້ານທີ່ມີຜົນສໍາເລັດອັນພົ້ນເດັ່ນ, ຕະ ຫຼອດໄລຍະ 5 ປີຜ່ານມາ ຄະນະພັກໄດ້ເອົາໃຈເຮັດວຽກງານ ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໂດຍການນໍາເອົາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມະຕິ, ຄໍາສັ່ງ, ປະຫວັດມູນເຊື້ອຂອງຊາດ, ຂອງພັກ ແລະ ຂອງກອງທັບເປັນເນື້ອໃນສຶກສາອົບຮົມຢ່າງຕໍ່ເນື່ອງລຽນຕິດເຮັດໃຫ້ພະນັກງານສະມາຊິກພັກ-ນັກຮົບມີຄວາມໜັກແໜ້ນດ້ານການເມືອງແນວຄິດ ແລະ ເຂັ້ມແຂງດ້ານການຈັດຕັ້ງ, ມີຄວາມຈົ່ງຮັກພັກດີຫ້າວຫັນຕໍ່ໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ.

 ທົ່ວກອງບັນຊາການທະຫານແຂວງຫຼວງພະບາງ ມີ 1 ອົງຄະນະພັກ, 9 ຄະນະພັກຮາກຖານ ແລະ 25 ໜ່ວຍພັກ, ມີສະມາຊິກພັກທັງໝົດ 1 ພັນກວ່າສະຫາຍ, ຍິງ 169 ສະຫາຍ, ສໍາຮອງ 90 ສະຫາຍ, ຍິງ 6 ສະຫາຍ ທຽບໃສ່ປີ 2014 ເພີ່ມຂຶ້ນ337 ສະຫາຍ, ຍິງ 9 ສະຫາຍ, ໜ່ວຍພັກເພີ່ມຂຶ້ນ 4 ໜ່ວຍ, ສາມາດຄັດເລືອກໄດ້ໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ 37 ໜ່ວຍ, ສາມາດຈັດປະເພດກົມກອງ 3 ປອດຄື: ປອດໃສ, ປອດໄພ ແລະປອດຄະດີປະເພດ I ກວມ 57%, ປະເພດ II ກວມ 43% ແລະປະເພດ III ກວມເອົາ 6%, ປະກາດບ້ານປ້ອງກັນຊາດເຂັ້ມແຂງໄດ້753 ບ້ານ ມີ 47.712 ຄອບຄົວ. ພ້ອມນັ້ນຄະນະພັກຊຸດເກົ່າໄດ້ຜ່ານບົດ ສຳຫຼວດການນຳພາລວມ ແລະກ່າວລາໜ້າທີ່, ຈາກນັ້ນຜູ້ແທນສົມບູນໄດ້ໃຊ້ສິດປະຊາທິປະໄຕປ່ອນບັດເລືອກຕັ້ງ ເອົາຄະນະພັກຊຸດໃໝ່, ຊຶ່ງມີຜູ້ຮັບສະໝັກເລືອກຕັ້ງ 13 ສະ ຫາຍ ແລະເລືອກເອົາ 11 ສະຫາຍ, ຜ່ານການປ່ອນບັດ ແລະ ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນເລືອກເອົາ ສະຫາຍ ພັນເອກແປ້ນຄຳ ບຸດຈັນແພງ ເປັນເລຂາຄະນະພັກສະຫາຍ ພັນເອກ ວິລ່ຽມ ວົງທິສານ ເປັນຮອງເລຂາຄະນະພັກສະຫາຍ ພັນໂທສີວິໄຊ ເພັງສັນຕິສຸກ ເປັນປະທານກວດກາພັກ, ສະຫາຍ ພັນໂທ ຫານຊະນະ ຂັດຕິຍະວົງສາ ແລະ ສະຫາຍ ພັນໂທ ສອນເພັດພັນທະວົງ ເປັນຮອງປະທານ ກວດກາພັກ, ພ້ອມນີ້ກອງປະຊຸມໄດ້ປ່ອນບັດເອົາຜູ້ແທນສົມບູນ ແລະສຳຮອງເພື່ອໄປເຂົ້າຮ່ວມກອງປະຊຸມໃຫຍ່ຂອງອົງຄະນະພັກຂັ້ນເທິງຕື່ມອີກ.

  ຕອນທ້າຍກອງປະຊຸມ ສະຫາຍ ຄໍາຂັນ ຈັນທະວີສຸກ ກໍໄດ້ມີຄໍາເຫັນໂອ້ລົມ ແລະຊົມເຊີຍຜົນງານທີ່ຄະນະຊຸດເກົ່າຍາດມາໄດ້ພ້ອມເນັ້ນໜັກໃຫ້ຄະນະພັກຊຸດໃໝ່ຈົ່ງສືບຕໍ່ຮັກສາມູນເຊື້ອ, ເອົາໃຈສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານນັກຮົບຢ່າງເປັນປົກກະຕິ, ພ້ອມກັນປັບປຸງແບບແຜນຊີ້ນໍາ-ບັນຊາ ແລະແບບແຜນວິທີເຮັດວຽກໃຫ້ມີຄວາມກ້າວໜ້າທັນສະໄໝ ແລະເພີ່ມທະວີຄວາມສາມັກຄີເປັນເອກະພາບໃນໝູ່ຄະນະພັກ, ເຊີດຊູມູນເຊື້ອອັນດີງາມຂອງກໍາລັງປ້ອງກັນຊາດໃຫ້ສົມຄູ່ກັບເປັນກໍາລັງຫຼັກແຫຼ່ງທີ່ຈົງຮັກພັກດີຕໍ່ພັກ, ລັດແລະປະຊາຊົນລາວບັນດາເຜົ່າຢ່າງແທ້ຈິງ ແລະ ໃນກອງປະຊຸມຜູ້ແທນສົມບູນໄດ້ເປັນເອກະສັນກັນຍົກບັດຮັບຮອງເອົາບົດລາຍ ງານການເມືອງທັງສອງພາກ, ບົດສຳຫຼວດການນຳພາລວມແລະມະຕິຂອງກອງປະຊຸມໃຫຍ່ໃນຄັ້ງນີ້ເພື່ອນຳໄປຈັດຕັ້ງປະຕິບັດໃຫ້ສໍາເລັດຜົນ.

_______________

ໂດຍ: ສີສຸວັນ