ເອດີບີ ຄາດວ່າເສດຖະກິດອາຊຽນຈະຫົດຕົວ 2,7%.

  ເອດີບີ ຄາດຄະເນວ່າເສດຖະກິດອາຊຽນຈະຫົດຕົວຢູ່ທີ່ 2,7% ໃນປີນີ້ກ່ອນກັບມາເຕີບໂຕ 5,2% ໃນປີ 2021 ເນື່ອງຈາກມາດຕະການຕ່າງໆເພື່ອແກ້ໄຂບັນຫາການລະບາດຄັ້ງໃຫຍ່ຂອງເຊື້ອໂຄວິດ-19.

  ຕາມຂ່າວຕ່າງປະເທດລາຍງານວ່າ ຕາມການລາຍງານການວິເຄາະທ່າອຽງເສດຖະກິດໃນພາກພື້ນອາຊີ (Asian Development Outlook: ADO) ປະ ຈຳປີ 2020 ສະບັບເພີ່ມຕື່ມຫຼ້າສຸດຂອງທະນາຄານພັດທະນາອາຊີ(ເອດີບີ)ທີ່ເຜີຍແຜ່ໃນວັນທີ 18 ມິຖຸນາທີ່ຜ່ານມາວ່າເສດຖະກິດຂອງອາຊີຕາເວັນອອກສຽງໃຕ້(ອາຊຽນ)ຄາດວ່າຈະຫົດຕົວທີ່ອັດຕາ 2,7% ໃນປີ 2020 ກ່ອນທີ່ຈະກັບມາເຕີບໂຕໃນອັດຕາ 5,2% ໃນປີ 2021 ໂດຍການຫົດຕົວດັ່ງກ່າວເກີດຈາກປະເທດເສດ ຖະກິດຕົ້ນຕໍໃນພາກພື້ນໄດ້ດຳເນີນມາດຕະການຕ່າງໆ ເພື່ອຄວບຄຸມການແຜ່ລະບາດຂອງເຊື້ອໂຄວິດ-19 ຊຶ່ງສົ່ງຜົນກະທົບຕໍ່ຜູ້ບໍລິໂພກ ແລະ ການລົງທຶນພາຍໃນປະເທດ, ທັງນີ້ເອດີບີຄາດວ່າເສດຖະກິດອິນໂດເນເຊຍຈະຫົດຕົົວທີ່ອັດຕາ 1,0%, ຟິລິບປິນຫົດຕົວທີ່ 3,8% ແລະ ໄທຫົດຕົວທີ່ 6,5% ຂະນະທີ່ທີ່ຫວຽດນາມຄາດຄະເນວ່າຈະມີການເຕີບໂຕທີ່ 4,1% ໃນປີນີ້.

  ສ່ວນປະເທດກຳລັງພັດທະນາໃນພາກພື້ນອາຊີ-ປາຊິຟິກໃນພາບລວມຄາດວ່າ ຈະເຕີບໂຕພຽງ 0,1% ໃນປີນີ້ ຊຶ່ງຫຼຸດລົງຈາກທີ່ເອດີບີເຄີຍຄາດຄະເນໄວ້ທີ່ 2,2% ເມື່ອເດືອນເມສາ ແລະຕົວເລກນີ້ຄາດວ່າ ຈະເປັນການເຕີບໂຕທີ່ຊ້າທີ່ສຸດສຳລັບພາກພື້ນອາຊີປາຊິຟິກ ນັບຕັ້ງແຕ່ປີ 2004 ເປັນຕົ້ນມາ ສ່ວນທ່າອຽງປີໜ້າ ຄາດວ່າ ເສດຖະກິດອາຊີ-ປາຊິຟິກ ຈະຂະຫຍາຍຕົວເພີ່ມຂຶ້ນເປັນອັດຕາ 6,2%.

_____________

ໜັງສືພິມເສດຖະກິດ-ສັງຄົມ