ນະຄອນປາກເຊ ຄັດເລືອກນັກຮຽນເກັ່ງ

  ວັນທີ 8 ກຸມພາ 2019 ຫ້ອງການສຶກສາທິການ ແລະ ກີລາ ນະຄອນປາກເຊ  ແຂວງຈຳປາສັກ ໄດ້ຈັດການສອບເສັງຄັດເລືອກນັກ ຮຽນເກັ່ງຊັ້ນ ປ5, ມ4 ແລະມ7 ທົ່ວນະຄອນປາກເຊ ຊຶ່ງຈັດຂຶ້ນຢູ່ ທີ່ໂຮງຮຽນມັດທະຍົມສົມບູນແຮັກມານໄມເນີນະຄອນປາກເຊເປັນກຽດເຂົ້າຮ່ວມຂອງທ່ານ ເກດສະໜາຄຳມິ່ງສະຫວັດຫົວໜ້າຫ້ອງການສຶກສາທິການ ແລະກີລານະ ຄອນປາກເຊ ແຂວງ ຈຳປາສັກມີຜູ້ອຳນວຍການໂຮງຮຽນ,  ນ້ອງນັກ ຮຽນເກັ່ງ ແລະ ໂຮງຮຽນອ້ອມຂ້າງ ພໍ່ແມ່ຜູ້ປົກຄອງນັກຮຽນເຂົ້າຮ່ວມ.

 ການສອບເສັງຄັດເລືອກເອົາຕົວແທນນັກຮຽນເກັ່ງລະດັບນະຄອນມີນັກຮຽນເກັ່ງທີ່ໄດ້ຜ່ານການຄັດເລືອກລະດັບກຸ່ມແລະໂຮງຮຽນອ້ອມຂ້າງມາແລ້ວສະເພາະຊັ້ນປະ ຖົມໃນ 3 ວິຊາຄື: ວິຊາໂລກອ້ອມ ຕົວ, ວິຊາພາສາລາວ ແລະ ວິຊາຄະນິດສາດມີນັກສອບເສັງທັງໝົດ 54 ຄົນ, ຊັ້ນມັດທະຍົມຕອນຕົ້ນ 120  ຄົນຈາກ15 ແຫ່ງ ແລະ ຕອນປາຍມີນັກສອບທັງໝົດ 24 ຄົນ ຈາກ 3 ແຫ່ງ, ສອບເສັງໃນ 4 ວິຊາຄື: ວິຊາພາສາລາວ-ວັນນະຄະດີ, ວິຊາຄະນິດສາດ, ວິຊາເຄມີສາດ ແລະ ວິຊາຟິຊິກສາດຊຶ່ງແຕ່ລະວິຊາແມ່ນ ຄັດເລືອກເອົາວິຊາລະ 2 ຄົນເທົ່າ  ນັ້ນເພື່ອເຂົ້າຮ່ວມສອບເສັງລະດັບ ແຂວງທີ່ພະແນກສຶກສາທິການ ແລະ ກີລາແຂວງຈະເປັນຜູ້ຈັດຂຶ້ນຢູ່ ສະຖານທີ່ ມສ ປາກເຊ ໃນວັນທີ 13 ກຸມພາ 2019 ນີ້.

  ຜ່ານການສອບເສັງຊັ້ນປະຖົມ ອັນດັບທີ1ວິຊາຄະນິດສາດແມ່ນທ້າວ ຈັນທະຄານ ພົນອາສາມາຈາກກຸ່ມ 4 ປະຖົມແສງອາລຸນ, ອັນດັບ 2 ນາງ ສຸກສະຫວັນໄຊຍະສອນ ມາຈາກກຸ່ມ 4 ປະຖົມແຮັກມານໄມເນີ, ດັບທີ 1 ວິຊາພາສາ ລາວ ແມ່ນນາງ ແສງພະຈັນ ພົມມະໂລດ ມາຈາກກຸ່ມ 4 ປະຖົມແສງອາລຸນ, ອັນດັບທີ 2 ນາງ ນາລິນຈຳປາວັນ ຈາກກຸ່ມ 5 ປະຖົມທີບພະເນດ, ອັນດັບທີ 1 ວິຊາໂລກອ້ອມຕົວແມ່ນທ້າວ ທິດສະ ຫວັນ ຂຸນພິນິດ  ມາຈາກກຸ່ມ  4  ປະຖົມແສງອາລຸນ, ອັນດັບ 2 ນາງ ສຸດາພອນ ວັນນະວົງ ມາຈາກກຸ່ມ 4 ປະຖົມແສງອາລຸນ ຊັ້ນມັດທະ ຍົມຕອນຕົ້ນ ມ4 ອັນດັບທີ 1 ວິ ຊາຄະນິດສາດ ນາງ ບຸນເງິນ ຄຳໂລ່ ມສ ໂພນໄຊ, ອັນດັບ 2 ທ້າວບຸນທະວີ ປັນຍາສັກ ມາຈາກ ມສ ໂພນໄຊ, ອັນດັບທີ 1 ວິຊາຟິຊິກ ສາດ ທ້າວ ບຸນທະໜອມ ປະທຸມພາ ມສ ໂພນໄຊ, ອັນດັບ 2 ທ້າວແສງອາທິດ ພາມີໄຊ ມສ ຂົວຕະ ພານ, ອັນດັບທີ 1 ວິຊາເຄມີສາດ ນາງ ດາວນະພາ ແກ້ວຫາວົງ ມສ ປາກເຊ, ອັນດັບ 2 ທ້າວ ພຸດພະໄຊ ດວງດາລາ ມສ ແຮັກມານໄມເນີ, ອັນດັບທີ 1 ວິຊາພາສາລາວ-ວັນນະຄະດີນາງ ດາສະໝຸດຊາຍຜາ ມສ ຊົນເຜົ່າ, ສ່ວນມັດທະ ຍົມຕອນປາຍ ມ7 ອັນດັບທີ 1 ວິຊາຄະນິດສາດ  ທ້າວ  ລັດຕະນະໄຊ ສຸລິນພູມີ ມສ ແຮັກມານໄມເນີ, ອັນດັບ 2 ທ້າວ ຂຸນລໍ ນີລະມິດ ມສ ບ້ານກາງ, ອັນດັບທີ 1 ວິຊາຟິຊິກສາດ  ນາງ  ວົງສາ  ແສງທອງ ມສ ບ້ານກາງ, ອັນດັບ 2 ທ້າວ ພອນປະເສີດ ຈັນສະຫວ່າງ ມສ ຫົວສຽວ, ອັນດັບທີ 1 ວິຊາເຄມີ ສາດ ນາງ ມະນີຈັນ ແສງອຸໄທ ມສ ບ້ານກາງ, ອັນດັບ 2 ນາງ ວິລະ ດາ ສີວິໄຊ ມສ ແຮກມານ, ອັນ ດັບ ທີ 1 ວິຊາພາສາລາວ-ວັນນະ  ຄະດີ ນາງ ສີປະໄພ ພົນລະເມືອງ ມສ ແຮກມານ, ອັນດັບ 2 ນາງສຸກສະໄໝ ວໍລະສານ ມສ ບ້ານ ກາງ.

  ການສອບເສັງນັກຮຽນເກັ່ງຄັ້ງ ນີ້ທາງຫ້ອງການສຶກສາທິການ ແລະ ກີລານະຄອນປາກເຊ ຍັງໄດ້ ມອບໃບຍ້ອງຍໍ ແລະ ທຶນຊຸກຍູ້ການສຶກສາເປັນລາງວັນເພື່ອເປັນສິ່ງຕອບແທນ ແລະໃຫ້ກຳລັງໃຈແກ່ ນັກຮຽນພ້ອມດ້ວຍໂຮງຮຽນ ແລະ ຄູຜູ້ສິດສອນຜູ້ສອບເສັງໄດ້ທີ 1 ໄດ້ຮັບໃບຍ້ອງຍໍພ້ອມເງິນ 5 ແສນ ກີບ, ອັນດັບທີ 2 ໄດ້ຮັບເງິນ 3 ແສນກີບ ແລະອັນດັບທີ 3 ໄດ້ຮັບ ເງິນ 2 ແສນກີບ.