ອີມິນໂຣ ກິນໄກ່ໃນຊີຣີ ຈົນເຮັດໃຫ້ຍອດຂາຍໄກ່ເພີ່ມຂຶ້ນ

  ຖ້າຜູ້ໃດໄດ້ເປັນແຟນໆຮູບ ເງົາຊີຣີເລື່ອງ The King:Eternal Monarch ທີ່ນໍາສະແດງ ໂດຍຊຸບ ຕາອີມິນໂຣ ອາດຈະໄດ້ເຫັນສາກທີ່ພະເອກຄົນດັງກິນໄກ່ທອດທີ່ ແຊບຊ້ອຍທີ່ສຸດ ຊຶ່ງນັ້ນເປັນເພາະຄິມອິນຊົກອາຍຸ 47 ປີ ຜູ້ຂຽນຊີຣີ ເລື່ອງນີ້ຮູ້ຈັກກັນດີວ່າລາວສາມາດຂາຍເຄື່ອງຂອງຜູ້ສະໜັບສະໜູນ ຕົ້ນຕໍຂອງຊີຣີໃນແຕ່ລະສາກໄດ້ ຢ່າງສະບາຍ ແລະເຮັດໃຫ້ແຟນໆ ຊີຣີຢາກກິນຢາກໃຊ້ຂອງອັນນັ້ນ ເພີ່ມຂຶ້ນໄດ້ຫຼາຍເລີຍ.

 ຊຶ່ງສາກກິນໄກ່ທອດຂອງອີມິນໂຣນັ້ນກໍເຮັດໃຫ້ຍອດຂາຍໄກ່ທອດຍີ່ຫໍ້ BBQ ຊຶ່ງເປັນຜູ້ສະໜັບສະໜູນຫຼັກຂອງຊີຣີເລື່ອງນີ້ຂາຍ ໄດ້ຢ່າງມະຫາສານ ແລະເຮັດໃຫ້ມີຍອດຂາຍຫຼາຍກວ່າ 550.000 ຊຸດໃນເວລາພຽງແຕ່ 1 ເດືອນເທົ່ານັ້ນ, ນອກຈາກໄກ່ທອດແລ້ວ ຊາໄຂ່ມຸກຍີ່ຫໍ້ດັງຈາກໄຕ້ຫວັນ TheAlley ກໍເປັນຜູ້ສະໜັບສະໜູນ ຫຼັກເຊັ່ນກັນ ຊຶ່ງໃນບົດກໍຂຽນຕົວລະຄອນໜຶ່ງເປັນເຈົ້າຂອງຮ້ານຊາໄຂ່ມຸກຍີ່ຫໍ້ນີ້ເລີຍ ຊຶ່ງເຮົາຈະໄດ້ ເຫັນຕົວລະຄອນມາແວະທີ່ຮ້ານ ຫຼື ດື່ມຊາໄຂ່ມຸກໃນທຸກໆຕອນ.

--------

ໜັງສືພິມເສດຖະກິດ-ສັງຄົມ