ຮູ້ໄວ້ມີປະໂຫຍດ ເທັກນິກການກິນ ແກ້ເມື່ອຍ

  ອາການເມື່ອຍ, ອ່ອນເພຍສຳລັບບາງຄົນເກີດຂຶ້ນເລື້ອຍໆຈົນເປັນໂລກເຮື້ອຮັງຊຶ່ງດົນນານຂຶ້ນກໍ່ຈະເຮັດໃຫ້ຮ່າງກາຍຈົດຈຳຄວາມຮູ້ສຶກເຫຼົ່ານັ້ນແລການເປັນຄວາມຄຽດສະສົມໄດ້, ດັງນັ້ນໃນຄໍລໍາສາລະໜ້າຮູ້ມື້ນີ້ເຮົາແນະນໍາວິທີກິນເພື່ອບອກລາອາການເມື່ອຍລ້າ.

  • - ກິນອາຫານເຊົ້າກົງເວລາທຸກມື້ເຖີງວ່າຈະບໍ່ຫິວກໍຕາມ.
  • - ແບ່ງອາຫານເປັນມື້ຍ່ອຍເພື່ອໃຫ້ຮ່າງກາຍໄດ້ຮັບພະລັງງານຢ່າງຕໍ່ເນື່ອງ.
  • - ກິນອາຫານທີ່ມີເສັ້ນໃຍອາຫານຫຼາຍເພາະຈະຊ່ວຍໃຫ້ການເຮັດວຽກຂອງລະບົບເຜົາຜານໃນຮ່າງກາຍມີປະສິດທິພາບຂຶ້ນ.
  • - ເນັ້ນບໍລິໂພກອາຫານທີມ່ີໂອເມກ້າ 3 ເຊັ່ນ:ປາທູນ່າປາແຊລມອນເພາະອາຫານກຸ່ມນີ້ເພີ່ມພະລັງງານສະໝອງໄດ້ເປັນຢ່າງດີ.
  • - ດື່ມນໍ້າ ຫຼືກິນອາຫານທີ່ມີນໍ້າໃຫ້ຫຼາຍຂຶ້ນຈະຊ່ວຍເພີ່ມຄວາມສົດຊື່ນໃຫ້ກັບຮ່າງກາຍໄດ້.