ສິງກະໂປຕັ້ງງົບ 20 ຕື້ໂດລາ ສິງກະໂປຊຸກຍູ້ງານວິໄຈ

  ຮອງນາຍົກລັດຖະມົນຕີຂອງສິງກະໂປລະບຸວ່າຕັ້ງງົບປະມານ ຊຸກຍູ້ງານວິໄຈ ແລະພັດທະນາເນັ້ນໜັກປະເທດຕ້ອງກັບມາດີກວ່າເກົ່າ ແລະສ້າງໃຫ້ເກີດການຈ້າງວຽກເຮັດເປັນໜ້າທີ່ສຳຄັນຂອງລັດຖະບານເພື່ອປະຊາຊົນ.

 ຕາມຂ່າວຕ່າງປະເທດລາຍງານວ່າ ທ່ານ ເຮັງຊະວີຄຽດ ຮອງນາ ຍົກລັດຖະມົນຕີ ສິງກະໂປຖະແຫຼງຕໍ່ສາທາລະນະຜ່ານໂທລະພາບໃນວັນທີ 20 ມິຖຸນາຜ່ານມາ ເຖິງຈຸດຢືນຂອງປະເທດ ແລະການພັດທະນາໄລຍະຕໍ່ ໄປເພື່ອຟື້ນຟູເສດຖະກິດທ່າມກາງວິກິດແຫ່ງຍຸກສະໄໝ, ທ່ານ ເຮັງ ຍອມ ຮັບວ່າຜົນກະທົບຈາກເຊື້ອໂຄວິດ-19 ສົ່ງຜົນຮ້າຍແຮງກັບເສດຖະກິດສິງກະໂປໜັກສຸດໃນຮອບຫຼາຍສິບປີ ຊຶ່ງຕົວເລກອັດຕາການເຕີບໂຕຂອງເສດຖະກິດປີນີ້ຄາດວ່າ ຈະຕິດລົບປະມານ 4-7% ຂະນະທີ່ບັນຫາການ ວ່າງວຽກເພີ່ມຂຶ້ນສູງເປັນປະຫວັດສາດໃນໄລຍະໄຕມາດທຳອິດທີ່ຜ່ານມາ ພາຍໃນໄລຍະເວລາພຽງ 100 ວັນ ລັດຖະບານໄດ້ອອກມາປະກາດໃຊ້ເງິນງົບປະມານໄປແລ້ວຫຼາຍກວ່າ 100 ລ້ານໂດລາ ສິງກະໂປ, ຊຶ່ງ ທຸກມາດຕະການທີ່ອອກມາເປັນຄວາມຈຳເປັນໃນການຊຸກຍູ້ປະເທດ ແລະ ປະຊາຊົນເອົາໄວ້ບໍ່ໃຫ້ສູນເສຍຄວາມກ້າວໜ້າທີ່ສະສົມມາດົນ, ທ່ານກ່າວ ຕື່ມວ່າ: ເຮົາຊາບຊຶ້ງໃຈຫຼາຍກັບຜູ້ຄົນຍຸກກ່ອນທີ່ອອກເຫື່ອເທແຮງໃຫ້ພວກເຮົາມີເງິນທຶນສຳຮອງຂະໜາດນີ້ ດັ່ງນັ້ນທຸກຄົນຄວນໃສ່ໃຈວ່າ ເມື່ອເຮົາຟື້ນກັບມາຈາກວິກິດນີ້ຍຸກສະໄໝຂອງເຮົາຕ້ອງສ້າງປະເທດໃຫ້ດີຍິ່ງຂຶ້ນ.

  ເງິນລົງທຶນໃນການວິໄຈ ແລະພັດທະນາມູນຄ່າ 20 ຕື້ໂດລາ ສິງກະໂປຈະຈັດສັນໃຫ້ກັບງານວິໄຈເຊັ່ນ: ວິທະຍາສາດສຸຂະພາບ ແລະຊີວະກຳການແພດ, ພູມອາກາດປ່ຽນແປງ ແລະປັນຍາປະດິດພາຍໃຕ້ກອບດຳເນີນງານປະມານ 5 ປີ, ໂດຍບັນຫາທີ່ເລັ່ງດ່ວນສຳຄັນທີ່ສຸດສຳລັບລັດຖະບານປະຈຸບັນຄືການແກ້ໄຂບັນຫາປະຊາກອນວ່າງວຽກ ໂດຍຍອມຮັບວ່າເຖິງແມ່ນວ່າລັດຖະບານຈະເຮັດທຸກຢ່າງເຕັມທີ່ແລ້ວປະຊາຊົນຈຳນວນຫຼາຍຍັງບໍ່ມີວຽກເຮັດນະໂຍບາຍແຈກເງິນຊ່ວຍເຫຼືອຈຶ່ງມີຄວາມຈຳເປັນໃນເວລານີ້.

-----

ໜັງສືພິມເສດຖະກິດ-ສັງຄົມ