ເມືອງລະມາມ ຕ້ອງການທຶນພັນກວ່າຕື້ກີບເພື່ອການພັດທະນາ 5 ປີຕໍ່ໜ້າ

 ໃນອີກ 5 ປີຕໍ່ໜ້າ ເມືອງລະມາມ ແຂວງເຊກອງ ໄດ້ຕັ້ງເປົ້າໝາຍຈະຮັກສາອັດຕາການຂະຫຍາຍຕົວຂອງເສດຖະກິດບໍ່ໃຫ້ຫຼຸດ 9% ຕໍ່ປີ, ແຕ່ທັງນີ້ເພື່ອບັນລຸຕົວເລກດັ່ງກ່າວທາງເມືອງມີຄວາມຕ້ອງການທຶນສູງເຖິງ 1 ພັນກວ່າຕື້ກີບ ນຳໃຊ້ເຂົ້າໃນການສ້າງຮາກຖານການຂະຫຍາຍຕົວໃຫ້ເຂັ້ມແຂງ ແລະຍືນຍົງ.
   ໃນແຜນພັດທະນາຂອງເມືອງລະມາມລະບຸໃຫ້ຮູ້ວ່າ: ໃນ 5 ປີຕໍ່ໜ້ານີ້ 2020-2024 ເມືອງມີຄວາມຕ້ອງການທຶນເພື່ອມາພັດທະນາດ້ານຕ່າງໆກວມເອົາ 58, 79% ຂອງລວມຍອດຜະລິດຕະພັນພາຍໃນ ຫຼືປະມານປີລະ 370 ຕື້ກີບ ໂດຍທຶນດັ່ງກ່າວຄາດວ່າຈະໄດ້ຈາກການລົງທຶນຂອງລັດ 130 ຕື້ກີບ, ການຊ່ວຍເຫຼືອລ້າ ແລະກູ້ຢືມ 10 ຕື້ກີບ, ຈາກການລົງທຶນຂອງເອກະຊົນທັງພາຍໃນ ແລະຕ່າງປະເທດ 80 ຕື້ກີບ ແລະອີກ 150 ຕື້ກີບ ແມ່ນຈາກທຶນສິນເຊື່ອ.
  ສ່ວນດ້ານລາຍຮັບຄາດວ່າຮອດປີ 2024 ຈະເກັບໃຫ້ໄດ້ 29,41 ຕື້ກີບ ແລະຄຸ້ມຄອງລາຍຈ່າຍໃຫ້ຢູ່ໃນລະດັບ 227,94 ຕື້ກີບ ໂດຍປະກອບມີລາຍຈ່າຍເງິນເດືອນ, ເງິນອຸດໜູນນະໂຍບາຍ ແລະຈ່າຍສໍາລັບການລົງທຶນຂອງລັດ, ຂະນະທີ່ການສົ່ງອອກສິນຄ້າໃຫ້ມີປະມານ 24,74 ຕື້ກີບ ເພີ່ມຂຶ້ນ 21,42% ຕໍ່ປີທີ່ສ່ວນຫຼາຍແມ່ນຜະລິດຕະພັນປຸງແຕ່ງໄມ້, ສິນຄ້າກະສິກຳ, ເຄື່ອງປ່າຂອງດົງ ແລະການນຳເຂົ້າໃນແຜນການກໍໃຫ້ມີທັງໝົດ 7,68 ຕື້ກີບ.
   ແນວໃດກໍດີສຳລັບການລົງທຶນໃນ 5 ປີຄືນຫຼັງນັ້ນ, ເມືອງແມ່ນສາມາດລະດົມ ແລະມີການລົງທຶນທັງໝົດ 360,77 ຕື້ກີບ, ໃນນີ້ເປັນທຶນຈາກງົບປະມານຂອງ ລັດ 139,72 ຕື້ກີບ; ທຶນຊ່ວຍເຫຼືອລ້າ ແລະກູ້ຢືມ 14,56 ຕື້ກີບ; ການລົງທຶນຂອງເອກະຊົນ 74,80 ຕື້ກີບ ແລະທຶນສິນເຊື່ອຂອງທະນາຄານ 131,69 ຕື້ກີບ.
    ຜ່ານການລົງທຶນຄືດັ່ງກ່າວທ່ານ ຄໍາໄລ ປັນຍາຄູນ ຮອງເຈົ້າເມືອງໆລະມາມລະບຸວ່າ: ໄດ້ເຮັດໃຫ້ເສດຖະກິດຂອງເມືອງເຕີບໂຕສະເລ່ຍ 7,1% ຕໍ່ປີ, ໂຄງປະກອບ ເສດຖະກິດມີການຫັນປ່ຽນຈາກກະສິກຳເປັນອຸດສາຫະກຳ ແລະ ການບໍລິການເທື່ອລະກ້າວຊຶ່ງສະແດງອອກດ້ານກະສິກຳ-ປ່າໄມ້ ກວມເອົາ 37,10%; ອຸດສາຫະ ກຳກວມເອົາ 12,64% ແລະບໍ ລິການກວມເອົາ 50,26%.
   ພ້ອມດຽວກັນນີ້ຍັງໄດ້ເຮັດໃຫ້ເມືອງລະມາມມີໃບໜ້າໃໝ່ໂດຍການຜະລິດກະສິກຳເປັນສິນຄ້າມີການຂະຫຍາຍຕົວເປັນກ້າວໆ ສະແດງອອກມີຄອບຄົວຕົວແບບດ້ານການຜະລິດ, ເຮັດເປັນຟາມ, ມີການຈັດຕັ້ງເປັນກຸ່ມລ້ຽງ, ມີໂຮງງານອຸດສາຫະກໍາປຸງແຕ່ງເພີ່ມຂຶ້ນໃນນີ້ມີໂຮງງານຂະໜາດໃຫຍ່ 6 ແຫ່ງ, ຂະໜາດກາງ 7 ແຫ່ງ ແລະຂະໜາດນ້ອຍແບບຄອບຄົວ 80 ແຫ່ງ,ມີຫົວໜ່ວຍທຸລະກິດທັງໝົດ 338 ຫົວໜ່າຍ,ໄດ້ແຈ້ງຂຶ້ນທະບຽນ 265 ຫົວໜ່ວຍ,ມີທຶນຈົດທະບຽນ 32,72 ຕື້ກີບ. ຂະນະທີ່ການການພັດທະນາພື້ນຖານໂຄ່ງລ່າງທີ່ເປັນຍຸດທະສາດເຊັ່ນ: ເສັ້ນທາງຫຼວງຂອງເມືອງ, ລະຫວ່າງເມືອງກັບເມືອງ ແລະ ບ້ານຕໍ່ບ້ານໄດ້ຮັບການພັດທະນາດີຂຶ້ນ.

_____________

ໂດຍ: ສັນຍາ