ນັກຮຽນບ້ານຕະກອຍເມືອງນອງ ໄດ້ນຳໃຊ້ໂຮງຮຽນຫຼັງໃໝ່

 ໃນວັນທີ 19 ມິຖຸນາ 2020 ທີ່ອາຄານຮຽນຫຼັງໃໝ່ບ້ານຕະກອຍ ເມືອງນອງ ແຂວງສະຫວັນນະເຂດ ໄດ້ມີຈັດພິທີມອບ-ຮັບໂຮງຮຽນຫຼັງໃໝ່ຂຶ້ນຢ່າງເປັນທາງການໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ແຕງອ່ອນ ຈັນທະລະນອງ ຮອງເຈົ້າເມືອງໆນອງ, ທ່ານ ກາດຳ ເຜີຍຊະນະວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງ,ທ່ານ ໝອນຄຳ ຫານຊະນະ ຕ່າງໜ້າຜູ້ໃຫ້ທຶນ,ມີບັນທ່ານແຂກທີ່ຖືກເຊີນຕະຫຼອດຮອດອຳນາດການປົກຄອງ,ພໍ່ແມ່ປະຊາຊົນບ້ານຕະກອຍເຂົ້າຮ່ວມຢ່າງພ້ອມພຽງ.

  ໂຮງຮຽນປະຖົມສົມບູນບ້ານຕາກອຍ ໄດ້ເລີ່ມລົງມືກໍ່ສ້າງແຕ່ຕົ້ນເດືອນມັງກອນ 2020 ມາຮອດທ້າຍເດືອນມິຖຸນາ 2020 ຈຶ່ງໄດ້ສຳເລັດລົງ 100% ຊຶ່ງຂະໜາດຂອງອາຄານຮຽນແມ່ນ 8x25 ແມັດ, ຫ້ອງຮຽນຂະໜາດ 4,8x3,3 ແມັດ, ກໍ່ດ້ວຍດິນຈີ່, ພື້ນເປຕົງ, ມຸງດ້ວຍກະເບື້ອງ, ເພດານເຮັດດ້ວຍແຜ່ນຍິບຊຳ, ຕັ່ງນັ່ງ ລະບຽງດ້ານນອກເປັນເຫຼັກ, ມີ 3 ຫ້ອງຮຽນ, 1 ຫ້ອງການ, ມີ ໂຕະຄູ 8 ຊຸດ, ຕູ້ໃສ່ເອກກະສານ 8 ໜ່ວຍ, ກະດານດຳ 3 ແຜ່ນ, ໂຕະ, ຕັ່ງນັກຮຽນ 45 ຊຸດ, ພາຍໃນໂຮງຮຽນມີດອກໄຟທັງໝົດ 14 ດອກ, ພັດລົມ14 ໜ່ວຍ, ນໍ້າບາດານ 1 ບໍ່, ອ່າງລ້າງມື 4 ອ່າງ ໃຊ້ລະບົບປ່ອຍນໍ້າຈາກແທ້ງ, ມີເສົາທຸງ,ຫ້ອງນໍ້າຍິງ-ຊາຍ ແລະປ້າຍຊື່ຂອງໂຮງຮຽນ.

  ອາຄານຮຽນຫຼັງໃໝ່ບ້ານຕະກອຍແຫ່ງນີ້ແມ່ນໄດ້ທຶນກໍ່ສ້າງຈາກຄອບຄົວຂອງທ່ານ ຕຸລາໄຊ ວໍລະຈິດ ແລະຄອບຄົວທ່ານ ໝອນຄຳ ຫານຊະນະ ໂດຍແມ່ນບໍລິສັດ ພູມສະຫວັນ ເປັນຜູ້ຮັບເໝົາກໍ່ສ້າງ, ລວມມູນຄ່າໃນການກໍ່ສ້າງທັງໝົດ 707 ລ້ານກີບ ໃນພິທີກ່າວມອບໂດຍ ທ່ານ ໝອນຄຳ ຫານຊະນະ ແລະກ່າວຮັບໂດຍທ່ານ ແຕງອ່ອນ ຈັນທະລະນອງ ໂດຍຊ້ອງໝ້າຂະແໝງການການທີ່ກ່ຽວຂ້ອງ ແລະອຳນາດການປົກຄອງເຂົ້າຮ່ວມເປັນສັກຂີພິຍານນຳ.

____________

ໜັງສືິພິມເສດຖະກິດ-ສັງຄົມ