ໜ່ວຍພັກໂຮງຮຽນ ມ.ປາຍ ຫ້ວຍຊາຍ ໄຂກອງປະຊຸມໃຫຍ່ຄັ້ງທີ III

   ກອງປະຊຸມໃຫຍ່ຄັ້ງທີ  III ຂອງໜ່ວຍພັກໂຮງຮຽນ ມ ປາຍ ຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ໂດຍເປັນປະທານຂອງ ສະຫາຍ ພອນສະຫວັນ ສີສົມບັດ ຮອງເລຂາໜ່ວຍພັກໂຮງຮຽນ ມ ປາຍ ຫ້ວຍຊາຍ,  ເຂົ້າຮ່ວມມີ ສະຫາຍ ວັນດີ ທໍາມະວົງ ເລຂາຄະນະພັກຮາກຖານພະແນກສຶກສາທິການ-ກີລາແຂວງ, ມີຜູ້ ແທນສົມບູນ, ສະມາຊິກພັກສົມບູນ-ສຳຮອງເຂົ້າຮ່ວມ.

  ສະຫາຍ ພອນສະຫວັນ ສີສົມບັດ ຮອງເລຂາໜ່ວຍພັກກ່າວວ່າ: ຈະໄດ້ຕີລາຄາຄືນການຈັດຕັ້ງປະຕິບັດວຽກງານຂອງໜ່ວຍພັກເປັນຕົ້ນແມ່ນບົດລາຍງານການເມືອງ ແລະບົດສະຫຼຸບການນຳພາລວມຂອງໜ່ວຍພັກ ໂດຍຕີລາຄາດ້ານ ດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການຊີ້ນໍາ-ນໍາ ພາ ແລະການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ໃນ 5 ປີ, ພ້ອມທັງຮັບຮອງເອົາທິດທາງແຜນການ 5 ປີ, ມີສະມາຊິກພັກທັງໝົດ 58 ສະຫາຍ, ຍິງ 13 ສະຫາຍ, ປ່ອນບັດຄັດເລືອກເອົາຄະນະ ພັກຊຸດໃໝ່ມີຜູ້ສະໝັກ 5 ສະຫາຍ, ປ່ອນເອົາ 3 ສະຫາຍ ຜ່ານການປ່ອນບັດໄດ້ເລືອກເອົາສະຫາຍ ສອນມະນີ ນັນຄະຕິ ເປັນເລຂາໜ່ວຍພັກຮັບຜິດຊອບຊີ້ນຳລວມ, ສະຫາຍ ແສງເພັດ ໄຍຮຽງອ່ອນ ເປັນຮອງຮັບຜິດຊອບເປັນປະທານກວດກາໜ່ວຍພັກ, ສະຫາຍ ບຸນທະວີພູມີທອນ ເປັນຄະນະ ແລະ ສະຫາຍ ພອນປະສິດ ສີສະພັນ ເປັນຮອງປະທານກວດກາໜ່ວຍພັກ.

   ສະຫາຍ ວັນດີ ທໍາມະວົງ ໄດ້ເນັ້ນໜັກໃຫ້ຄະນະພັກຊຸດໃໝ່ນີ້ຈະຕ້ອງປັບປຸງ ແລະແກ້ໄຂວຽກງານກໍ່ສ້າາພັກພະນັກງານມະຫາຊົນຜູ້ກ້າວໜ້າ ແລະເຊື່ອໝັ້ນວ່າຈົ່ງພ້ອມກັນຊີ້ນໍາ-ນໍາພາພະນັກງານສະມາຊິກພັກ,ປະຕິບັດໜ້າທີ່ການເມືອງ-ແນວຄິດ, ກໍ່ສ້າງ ແລະປັບປຸງໜ່ວຍພັກໃຫ້ໜັກແໜ້ນ ແລະເຂັ້ມແຂງໂດຍປະຕິບັດຕາມ 5 ຫຼັກການ 3 ທິດນຳ 9 ຂໍ້ຫ້າມຂອງພັກໃຫ້ເຂັ້ມງວດ.

____________

ໜັງສືພິມເສດຖະກິດ-ສັງຄົມ