ເປີດໂຕຣິລມີ 6 ເອສຈໍໃຫຍ່ລ່ຽນໄຫຼ 90 ເອຊແຊຕ ແບັດ 4300 ແອມສາກໄວ 30 ວັດ

  ງານອິເວັນເປີດໂຕຜະລິດຕະພັນໃໝ່ຂອງ Realme ຄັ້ງນີ້ເອີ້ນວ່າຈັດເຕັມແທ້ໆຍັງມີລຸ້ນນ້ອຍສະເປັກແຮງຕາມມາອີກເປັນ Realme 6s ກັບຄຳຂວັນ Max Performance.Pro display.

  Realme 6s ໂດດເດັ່ນດ້ວຍຈໍສະແດງຜົນຂະໜາດໃຫຍ່ 6,5 ນິ້ວຄວາມລະອຽດ 2400x1080 ໃຊ້ງານລ່ຽນດ້ວຍຣີເຟຣຊເຣທ 90Hz ທັງຍັງປ່ຽນດິໄຊກ້ອງໜ້າເປັນ ແບບເຈາະຮູຢູ່ທີ່ມູມດ້ານຊ້າຍຄວາມລະອຽດ 16 ລ້ານພິກເຊລຂັບເຄື່ອນດ້ວຍຊິບເຊັຕ Media TekHelioG90T Octa-core ຄວາມໄວ 2,05G Hz ຄູ່ກັບ RAM 4GB,ROM 64GB ຣັນບົນ rea lmeUI Based On Android 10 ສ່ວນກ້ອງຖ່າຍຮູບກໍມີເຖິງ 4 ເລນແບ່ງອອກເປັນເລນຫຼັກ 48MP,f/ 1F8+ Ultrawide-angle 8MP ມູມກວ້າງ 119 ອົງສາ+Macro 2MP ໄລຍະ 4ມມ ແລະB&W Portrait.

  ພະລັງງານອືດດ້ວຍແບັດເຕີຣີ ຄວາມຈຸ 4300 mAh ຮອງຮັບ Flash Charge 30W ໃຊ້ເວລາ 55 ນາທີແບດເຕັມ 100% ໂດຍວາງຈຳໜ່າຍ 2 ສີຄື: LunarWhite ແລະ Eclipse Black ລາຄາເລີ່ມຕົ້ນທີ່ 230 ໂດລາສະຫະລັດ.

_____________

ໜັງສືພິມເສດຖະກິດ-ສັງຄົມ