ຈີນທົດລອງລົດໄຟ ຄວາມໄວສູງ 600 ກິໂລແມັດຕໍ່ຊົ່ວໂມງ

  ສປ ຈີນ ປະສົບຄວາມສຳເລັດໃນການທົດລອງແລ່ນລົດໄຟແມັກເລຟຄວາມໄວສູງ 600 ກິໂລແມັດ ຕໍ່ຊົ່ວໂມງ ທີ່ນະຄອນຊຽງໄຮ້ ໃນວັນທີ 21 ມິຖຸນາທີ່ຜ່ານມາໂດຍ ສະພາບຂອງການແລ່ນລົດຜ່ານເກນທັງດ້ານເຕັກນິກ ແລະການອອກແບບຄາດວ່າຈະນໍາມາໃຊ້ໃນອີກບໍ່ດົນ.

  ຕາມຂ່າວຕ່າງປະເທດລາຍງານວ່າລົດໄຟແມັກເລຟຄວາມໄວສູງມີຄຸນສົມບັດທັງໃນດ້ານຄວາມໄວ, ຄວາມປອດໄພ, ເໝາະສຳລັບໃນການຂົນສົ່ງເປັນມິດກັບສິ່ງແວດ ລ້ອມ ແລະມີຕົ້ນທຶນຕໍ່າຂະນະນີ້ ລົດໄຟຄວາມໄວສູງຂອງ ຈີນມີຄວາມໄວໃນແລ່ນລົດຢູ່ທີ່ 350 ກິໂລແມັດຕໍ່ຊົ່ວໂມງ ຄວາມໄວຂອງເຮືອບິນຢູ່ທີ່ 800-900 ກິໂລແມັດຕໍ່ຊົ່ວໂມງ ຊຶ່ງຄວາມໄວຢູ່ທີ່ 600 ກິໂລແມັດຕໍ່ຊົ່ວໂມງ ຂອງລົດໄຟແມັກເລຟຄວາມໄວສູງສາມາດເຕີມເຕັມຊ່ອງວ່າງດ້ານຄຸນສົມບັດທີ່ຕ່າງກັນລະຫວ່າງລົດໄຟຄວາມໄວສູງກັບເຮືອບິນຕອບສະໜອງຄວາມຕ້ອງການຂອງຜູ້ໂດຍສານທີ່ຫຼາກຫຼາຍກຸ່ມ.

  ການພັດທະນາລະບົບຂົນສົ່ງແມັກເລຟູຄວາມໄວສູງ 600 ກິໂລແມັດ ຕໍ່ຊົ່ວໂມງ ເປັນໂຄງການສຳຄັນໃນໂຄງການ “Advanced Rail Transit” ຂອງຈີນຊຶ່ງລິເລີ່ມ ໂດຍກະຊວງວິທະຍາສາດ ແລະເຕັກໂນໂລຊີເປີດໂຕໂຄງການໃນເດືອນກໍລະກົດປີ 2016.

__________

ໜັງສືພິມເສດຖະກິດ-ສັງຄົມ