ສ້າງຄວາມເຂັ້ມແຂງວຽກນຳໃຊ້ຫຼັກສູດໃໝ່ ຊັ້ນປະຖົມສຶກສາ

  ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຄູຝຶກປະຈຳແຂວງຫຼວງພະບາງກ່ຽວກັບການນຳໃຊ້ຫຼັກສູດໃໝ່ຊັ້ນປະຖົມສຶກສາປີທີ 2 ເມື່ອ ວັນທີ 22 ມິຖຸນາ ຜ່ານມາທີ່ວິທະຍາໄລຄູຫຼວງພະບາງ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມຝຶກອົບຮົມວຽກງານການນຳໃຊ້ຫຼັກສູດໃໝ່ຊັ້ນປະຖົມສຶກສາປີທີ 2 ໂດຍການເປັນປະທານຮ່ວມຂອງທ່ານ ນາງ ບົວທອງ ຕັນແສນສີ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ແຂວງຫຼວງພະບາງ, ທ່ານ ສອນເພັດ ສີສະອາດ ຮອງຜູ້ອຳນວຍການວິທະຍາໄລຄູຫຼວງພະບາງ, ເຂົ້າຮ່ວມມີຄູຝຶກຫຼັກແຫຼ່ງຈາກກະຊວງສຶກສາທິການ ແລະກີລາ, ສະຖາບັນຄົ້ນຄວ້າວິທະຍາສາດ, ວິທະຍາໄລຄູຫຼວງນໍ້າທາ, ພ້ອມດ້ວຍວິທະຍາກອນ, ສຳມະນາກອນຈາກ 11 ເມືອງ ແລະ1 ນະຄອນຫຼວງພະບາງເຂົ້າຮ່ວມ.

 ໃນກອງປະຊຸມ, ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກ່ຽວກັບການນຳໃຊ້ຫຼັກສູດໃໝ່ຊັ້ນປະຖົມສຶກສາປີທີ 2 ຊຶ່ງປະກອບມີວິຊາພາສາລາວ, ວິທະຍາສາດ ແລະສິ່ງແວດລ້ອມ, ຫັດ ຖະກຳ-ສິລະປະກຳ, ສິລະປະດົນຕີ, ພາລະສຶກສາ ແລະຄຸນສົມບັດສຶກສາໃນນີ້ແມ່ນຈະໄດ້ເນັ້ນໃສ່ການປະຕິບັດກິດຈະກຳປະຕິບັດຕົວຈິງໂດຍການປະເມີນກ່ອນການອົບ ຮົມ, ກິດຈະກຳທີ່ສະທ້ອນຄືນການຝຶກອົບຮົມຄູສອນຜ່ານມາ,ການວາງແຜນສຳສັບການສອນທົດລອງ,ເຕັກນິກການສອນ, ການສອນໂດຍການໃຊ້ປຶ້ມນິທານ ແລະ ປຶ້ມອ່ານເສີມ, ການສອນຫ້ອງຄວບ, ວິທີການສຳລັບຄູເພື່ອພັດທະນາຕົນເອງ, ວິທີການສະແກນ ຄິວອາໂຄດກ່ຽວກັບວິທີການສອນວິຊາຕ່າງໆ, ການແນະນຳເອກະສານການຮຽນຮ່ວມ ແລະການແນະນຳເອກະສານການປ້ອງກັນພະຍາດໂຄວິດ-19.

  ໂອກາດດັ່ງກ່າວ, ທ່ານ ນາງ ບົວທອງ ຕັນແສນສີ ໄດ້ໃຫ້ກຽດມີຄຳເຫັນຊຶ່ງໄດ້ເນັ້ນໜັກຫຼາຍບັນຫາເປັນຕົ້ນການສິດສອນຂອງຄູຜູ້ປະຈຳການ, ການແຕ່ງບົດສອນ, ສື່ການຮຽນ-ການສອນ, ການປະຕິບັດກິດຈະກຳຕ່າງໆ ພ້ອມກັນນັ້ນທ່ານຍັງຮຽກຮ້ອງມາຍັງທຸກພາກສ່ວນຈົ່ງໄດ້ພ້ອມກັນເພີ່ມທະວີຄວາມຮັບຜິດຊອບເປັນເຈົ້າການໃນການແລກປ່ຽນປະກອບຄຳຄິດຄຳເຫັນ, ປັບປຸງແກ້ໄຂບັນຫາທີ່ຍັງຄົງຄ້າງ ແລະປາກົດການຫຍໍ້ທໍ້ທີ່ຍັງເປັນສິ່ງທ້າທ້າຍຕໍ່ກັບເນື້ອໃນຫຼັກສູດໃໝ່ໂດຍສະເພາະຫຼັກສູດໃໝ່ຊັ້ນປະຖົມສຶກສາປີທີ 2 ໃຫ້ມີຄຸນນະພາບດີຂຶ້ນເລື້ອຍໆ.

____________

ໜັງສືພິມເສດຖະກິດ-ສັງຄົມ