ສູນວັດທະນະທຳເດັກ ຈັດກິດຈະກໍາສົ່ງເສີມການອ່ານ ຢູ່ໂຮງຮຽນພູຂຽວ

   ວັນທີ 19 ມິຖຸນາ ຜ່ານມາສູນວັດທະນະທໍາເດັກ ແລະຫໍສະໝຸດແຂວງອຸດົມໄຊ ລົງເຄື່ອນໄຫວສ້າງກິດຈະກຳກ່ຽວກັບສິດທິເດັກ ແລະການຊຸກຍູ້ສົ່ງເສີມການອ່ານ ໃຫ້ແກ່ນ້ອງນັກຮຽນຢູ່ທີ່ໂຮງຮຽນປະຖົມສົມບູນພູຂຽວ ນຳໂດຍທ່ານ ສີວິໄລ ຊາມາລັດ ອຳນວຍການສູນວັດທະນະທຳເດັກແຂວງ.

  ການລົງເຄື່ອນໄຫວກິດຈະກໍາໃນຄັ້ງນີ້ກໍເພື່ອເຮັດໃຫ້ເດັກນັກຮຽນຮັບຮູ້,ເຂົ້າໃຈຕໍ່ກັບສິດທິດຂອງຕົນເອງ ແລະພ້ອມທີ່ຈະເຄື່ອນໄຫວ, ດຳລົງຊີວິດຢູ່ໃນສັງຄົມໄດ້ຢ່າງມີປະສິດທິພາບເຮັດໃຫ້ເດັກນ້ອຍມີຄວາມຮູ້, ຄວາມສາມາດ ແລະ ຈະເລີນເຕີບໂຕເປັນຜູ້ໃຫຍ່ທີ່ດີຂອງສັງຄົມ, ເປັນບຸກຄະລາກອນທີ່ມີຄຸນນະພາບໃນອະນາຄົດ, ຊຶ່ງສິດທິຂອງເດັກປະກອບມີ 4 ສິດທິຄືສິດທິໃນການຢູ່ລອດ, ສິດທິໃນການມີສ່ວນຮ່ວມ, ສິດທິໃນການພັດທະນາ-ສຶກສາ ແລະສິດທິໃນການປົກປ້ອງ.

  ນອກນັ້ນ, ຍັງເປັນການຊຸກຍູ້ສົ່ງເສີມໃຫ້ນ້ອງນັກຮຽນຮັກໃນການອ່ານເພື່ອສຶກສາ ແລະຊອກຮູ້ຮຳຮຽນຈາກປື້ມຕຳລາ, ເຮັດໃຫ້ນັກຮຽນມີຄວາມຮູ້, ຄວາມສະຫຼາດ, ກ້າສະແດງອອກ, ສາມາດປະພຶດຕົນຢ່າງມີລະບຽບ, ມີວິໄນ, ມີຄວາມສາມັກຄີທັງເປັນການພັດທະນາດ້ານການສຶກສາຂອງຕົນເອງໃຫ້ນັບມື້ນັບດີຂຶ້ນເທື່ອລະກ້າວ.

  ຊຶ່ງກິດຈະກຳຫຼັກໆລົງເຄື່ອນໄຫວສ້າງກິດຈະກຳກ່ຽວກັບສິດທິເດັກ ແລະການຊຸກຍູ້ສົ່ງເສີມການອ່ານໃຫ້ແກ່ນ້ອງນັກຮຽນຢູ່ໂຮງຮຽນປະຖົມສົມບູນພູຂຽວຄັ້ງນີ້ມີການຖາມ-ຕອບຄໍາຖາມກ່ຽວກັບ ສິດທິຂອງເດັກເພື່ອແລກເອົາຂອງຂວັນ-ລາງວັນ,ຫຼິ້ນເກມມ່ວນຊື່ນ,ການອ່ານນິທານ, ຮ້ອງເພງ ແລະອື່ນໆ ການເຄື່ອນໄຫວກິດຈະກຳດັ່ງກ່າວຖືເປັນວຽກງານໜຶ່ງຂອງສູນວັດທະນະທໍາເດັກຮ່ວມກັບຫໍສະໝຸດແຂວງອຸດົມໄຊຊຶ່ງຈະໄດ້ສືບຕໍ່ເຄື່ອນໄຫວຢ່າງເປັນປົກກະຕິໂດຍມີເປົ້າໝາຍຢູ່ບັນດາໂຮງຮຽນປະ ຖົມສົມບູນພາຍໃນເທສະບານເມືອງໄຊ.

  ການເຄື່ອນໄຫວກິດຈະກຳໃນຄັ້ງນີ້ມີທ່ານ ນາງ ຈັນສຸກ ສຸລິດາ ອໍານວຍການໂຮງຮຽນປະຖົມສົມບູນພູຂຽວພ້ອມດ້ວຍພະນັກງານຄູ ແລະນ້ອງນັກຮຽນພາຍໃນໂຮງ ຮຽນດັ່ງກ່າວເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.

_______________

ໂດຍ: ຄານມະນີ ຮຽນດໍຈັນ, ໜັງສືພິມເສດຖະກິດ-ສັງຄົມ