ມສ ລະຄອນສີ ສືບຕໍ່ມາດຕະການປ້ອງກັນໂຄວິດ-19

  ເພື່ອເປັນການປ້ອງກັນຈາກພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ໂຄວິດ 19 ບໍ່ໃຫ້ຂະຫຍາຍເປັນວົງກວ້າງ ທ່ານ ສີຕ້ອຍ ສີດາວົງ ຜູ້ອໍານວຍການໂຮງ ຮຽນ ມສ ລະຄອນສີ ເມືອງລະຄອນເພັງ, ແຂວງສາລະວັນ ລາຍງານເມື່ອບໍ່ດົນມານີ້ວ່າ: ໂຮງຮຽນ ມສ ລະຄອນສີໄດ້ວາງມາດຕະການປ້ອງກັນການຕິດເຊື້ອພະຍາດໂຄວິດ-19 ຢ່າງເຄັ່ງຄັດນັບແຕ່ເປີດການຮຽນ-ການສອນຄືນໃໝ່ເປັນຕົ້ນມາໂດຍສະເພາະການຮັກສາໄລຍະຫ່າງ, ຮັກສາຄວາມສະອາດ ແລະອື່ນໆ.

 ການຈັດຕັ້ງປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢູ່ ມສ ລະຄອນສີ ແມ່ນເຮັດໄດ້ດີໃນໄລຍະທໍາອິດຄືໃນໄລຍະທີ່ເປີດການຮຽນ-ການສອນໃນຊັ້ນປະຖົມສຶກ ສາປີທີ 5, ມັດທະຍົມສຶກສາປີທີ 4 ແລະປີທີ 7 ແຕ່ຫຼັງຈາກລັດຖະບານອະນຸຍາດເປີດການຮຽນ-ການສອນທຸກຊັ້ນຮຽນນັບແຕ່ວັນທີ 2 ມິຖຸນາ ເປັນຕົ້ນມາທາງໂຮງ ຮຽນບໍ່ສາມາດຈັດຕັ້ງປະຕິບັດບາງມາດຕະການໄດ້ໂດຍສະເພາະການຮັກສາໄລຍະຫ່າງໃນຫ້ອງຮຽນ, ເນື່ອງຈາກອາຄານຮຽນ ແລະ ງົບປະມານຂອງໂຮງຮຽນ, ລວມເຖິງງົບປະມານຂອງຜູ້ປົກຄອງນັກຮຽນມີຈໍາກັດ, ຢ່າງໃດກໍ່ຕາມເພື່ອແກ້ໄຂບັນຫາດັ່ງກ່າວ, ທາງໂຮງຮຽນໄດ້ໃຊ້ວິທີໃຫ້ຄູ-ອາຈານ ແລະ ນັກຮຽນໝັ່ນຮັກສາຄວາມສະ ອາດ, ລ້າງມືໃສ່ສະບູ ຫຼືເຈວລ້າງມືເປັນປະຈໍາ ແລະຫຼີກລ້ຽງການຢູ່ຮ່ວມກັນເປັນກຸ່ມຕາມທີ່ເຄີຍເຮັດໃນໄລຍະຜ່ານມາ, ພ້ອມນັ້ນຍັງໃຫ້ຄູປະຈໍາຫ້ອງ ແລະປະຈໍາວິຊາສືບຕໍ່ໃຫ້ຄວາມຮູ້ແກ່ນັກຮຽນກ່ຽວກັບວິທີປ້ອງກັນພະຍາດໂຄວິດ-19 ທີ່ຖືກຕ້ອງຢ່າງຕໍ່ເນື່ອງ.

   ທ່ານ ສີຕ້ອຍ ສີດາວົງ ຍັງຮຽກຮ້ອງມາຍັງພາກສ່ວນຕ່າງໆ ໃຫ້ການຊ່ວຍເຫຼືອດ້ານອຸປະກອນການແພດທີ່ຈໍາເປັນແກ່ໂຮງຮຽນ ມສ ລະຄອນສີ ເພື່ອເຮັດໃຫ້ຄູ-ອາ ຈານ ແລະນັກຮຽນພາຍໃນໂຮງຮຽນທຸກຄົນໄດ້ຮັບການປ້ອງກັນພະຍາດໂຄວິດ-19 ຢ່າງຖືກວີທີແນໃສ່ສະກັດກັ້ນບໍ່ໃຫ້ພະຍາດໂຄວິດ-19 ກັບຄືນມາແຜ່ລະບາດອີກເປັນຄັ້ງທີສອງ.

____________

ໜັງສືພິມເສດຖະກິດ-ສັງຄົມ