ມິເຊລ ວິນລຽມ ເກີດລູກຄົນທີສອງແລ້ວ

  ມິເຊລ ວິນລຽມ ນາງ ເອກຮູບເງົາດັງອາຍຸ 39 ປີ ແລະໂທມັສ ເດລ ຜູ້ຈັດການ ແລະຜູ້ກຳກັບຄົນອາເມລິກອາຍຸ 42 ປີ ໄດ້ລູກຄົນທຳອິດທີ່ເປັນເລືອດເນື້ອເຊື້ອໄຂຂອງທັງສອງແຕ່ເປັນລູກ ຄົນທີສອງຂອງ ມິເຊລ ຊຶ່ງເຄີຍ ມີລູກສາວກັບ ຣີ ເລດເຈີ ພະເອກ ໜຸ່ມຮູບງາມຄົນອົດສະຕຣາລີ 1 ຄົນຊື່ ມາທິດາ ປະຈຸບັນອາຍຸ 14 ປີ.

 ຢ່າງໃດກໍຕາມຍັງບໍ່ມີສຳນັກ ຂ່າວໃດຮູ້ວ່າ ມິເຊລ ວິນລຽມເກີດ ລູກຕອນໃດ ແລະເປັນແມ່ຍິງ ຫຼື ຊາຍ ແລະຊື່ຫຍັງ, ໂດຍກ່ອນໜ້າ ນີ້ວາລະສານ ອັສ ວິກລີ ເຄີຍ ລາຍງານວ່າ ວິນລຽມ ຖືພາໃນ ເດືອນທັນວາປີ 2019 ແລະໄດ້ໝັ້ນໝາຍກັບ ເດລ ຫຼັງຈາກທັງສອງຮ່ວມງານກັນໃນ Fosse/Verdon ຊີຣີ ຊຶ່ງເດລເປັນຜູ້ຈັດການ ແລະກຳກັບ ແລະມິເຊລ ວິນລຽນ ເປັນນັກສະແດງນໍາໃນເລື່ອງ, ກ່ອນນັ້ນ ອັສ ວິກລີ ລະບຸວ່າພວກ ເຂົາທັງສອງມີຄວາມສຸກຫຼາຍ ແລະຕື່ນເຕັ້ນທີ່ກຳລັງຈະມີລູກ ພວກເຂົາຈະແຕ່ງດອງກັນເມື່ອເຖິງ ເວລາອັນເໝາະສົມ, ຫຼັງຈາກນັ້ນ ບໍ່ດົນທັງສອງກໍ່ແຕ່ງດອງກັນໃນ ເດືອນມີນາ ຫຼັງຈາກພາກັນຍ່າງ ພົມແດງໃນງານປະກາດລາງວັນ ໂກລເດັ້ນໂກລບ ຫຼື ໜ່ວຍໂລກຄຳ ເມື່ອຕົ້ນປີ.

--------

ຮຽບຮຽງໂດຍ: ແກ້ວ