ອາຊຽນ ຄັ້ງທີ 28 ໄດ້ເນັ້ນໜັກເຖິງ 5 ບູລິມະສິດ

  ຕອນເຊົ້າວັນທີ 22 ມິຖຸນາທີ່ຜ່ານມາ ກອງປະຊຸມເຈົ້າໜ້າທີ່ອາວຸໂສກ່ຽວກັບປະຊາຄົມ ວັດທະນະທໍາ-ສັງຄົມ ອາຊຽນ ຄັ້ງທີ 28 ໄດ້ດໍາເນີນຕາມຮູບແບບອອນລາຍ, ພາຍໃຕ້ການເປັນປະທານຂອງ ສສ ຫວຽດນາມ ໂດຍກອງປະຊຸມໄດ້ເນັ້ນໜັກເຖິງ 5 ບູລິມະສິດໃນປີປະທານອາຊຽນ 2020

  ຕາມຂ່າວສານຫວຽດນາມລາຍງານວ່າ ທ່ານ ຫງວຽນ ແມ້ງເກື່ອງ, ຫົວໜ້າກົມຮ່ວມມືສາກົນ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສຮັບຜິດຊອບດ້ານວັດທະນະທໍາ-ສັງຄົມອາຊຽນ (SOCA) ຂອງຫວຽດນາມໃຫ້ຮູ້ວ່າ: ໃນປີທີ່ຫວຽດນາມເປັນປະທານອາຊຽນ 2020, ຫວຽດນາມໄດ້ວາງອອກ 5 ບູລິມະສິດໃຫ້ແກ່ການຮ່ວມມືອາຊຽນ, ທີໜຶ່ງແມ່ນສາມັກຄີ, ເປັນເອກະພາບ, ສະໜິດຕິດພັນ ແລະອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະກັນ, ສົມ ທົບກັນມີຫຼັກໝັ້ນລວມ ເພື່ອມີບັນດາການປະພຶດທີ່ບັນລຸມາດຕະຖານ ແລະທັນການ, ທີສອງແມ່ນຮ່ວມສໍາພັນ, ເຊື່ອມຕໍ່ໃນພາກພື້ນ, ປັບຕົວໃຫ້ແທດເໝາະກັບສະພາບການ ແລະຍາດແຍ່ງບັນດາກາລະໂອກາດ; ທີສາມແມ່ນຊຸກຍູ້ສີສັນ ແລະຄວາມຮັບຮູ້ຂອງອາຊຽນ; ທີສີ່ແມ່ນຊຸກຍູ້ການພົວພັນຄູ່ຮ່ວມມືເພື່ອສັນຕິພາບ, ພັດທະ ນາແບບຍືນຍົງ; ທີຫ້າແມ່ນຍົກສູງກໍາລັງຄວາມສາມາດ, ປະສິດທິຜົນຂອງການເຄື່ອນໄຫວ, ກ່ຽວກັບບັນດາຂົງເຂດເຄື່ອນໄຫວຈຸດສຸມໃນປີນີ້.

   ທ່ານ ຫງວຽນແມ້ງເກື່ອງ ເນັ້ນໜັກວ່າ:“ເສົາຄໍ້າວັດທະນະທໍາ - ສັງຄົມ ຈະຊຸກຍູ້ບັນດາການປະກອບຄໍາເຫັນ, ມຸ່ງໄປສູ່ບັນດາຈຸດສຸມ ຊຶ່ງລວມມີ: ແຮງງານ ແລະພັດທະນາແຫຼ່ງຊັບພະຍາກອນມະນຸດ; ສະຫວັດດີການສັງຄົມ, ສາທາລະນະສຸກ, ການສື່ສານ, ວັດທະນະທໍາອາຊຽນ, ຊາວໜຸ່ມ, ສະພາບແວດລ້ອມ ແລະການປ່ຽນ ແປງຂອງດິນຟ້າອາກາດ..ລະອຽດ, ດ້ວຍບົດບາດເປັນປະທານອາຊຽນ, ຫວຽດນາມຈະຕີລາຄາລະ ຫວ່າງອາຍຸການກ່ຽວກັບແຜນການສັງລວມຂອງ ປະຊາຄົມວັດທະນະທໍາ-ສັງຄົມ, ນີ້ແມ່ນການເຄື່ອນໄຫວສໍາຄັນເພື່ອຕີລາຄາບັນດາໝາກຜົນທີ່ບັນລຸໄດ້ກໍຄືຮັບຮູ້ບັນດາແບບວິທີ, ຈາກນັ້ນຍົກອອກບັນດາຂໍ້ສະເໜີແນະໃຫ້ແກ່ບັນດາອົງ ການວິຊາສະເພາະ, ຊຸກຍູ້ການຮ່ວມມືຢູ່ໃນລະດັບຊາດ ແລະພາກພື້ນເພື່ອສາມາດເຄື່ອນໄຫວຢ່າງມີປະສິດທິຜົນກວ່າ, ບັນລຸເປົ້າໝາຍຂອງປະຊາຄົມວັດທະນະທໍາ-ສັງ ຄົມອາຊຽນວິໄສທັດ 2025.

___________

ໜັງສືພິມເສດຖະກິດ-ສັງຄົມ