ຈີນ ກາຍເປັນຄູ່ຄ້າລາຍໃຫຍ່ສຸດຂອງອາເມລິກາ

 ວອລ ສະຕຣີ ເຈີນັລ ໜັງສືພິມຂອງອາເມລິກາລາຍງານວ່າການຄ້າລະຫວ່າງ ສປ ຈີນ ແລະອາເມລິກາໃນເດືອນເມສາປີນີ້ເພີ່ມຂຶ້ນຈາກ ເດືອນກ່ອນໜ້ານີ້ ທ່າມກາງການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ເຮັດໃຫ້ຈີນກາຍເປັນຄູ່ຄ້າລາຍໃຫຍ່ສຸດຂອງອາເມລິກາ.

  ຕາມຂ່າວຕ່າງປະເທດລາຍງານວ່າ ໃນເດືອນເມສາທີ່ຜ່ານມາການ ຄ້າລະຫວ່າງຈີນ ແລະອາເມລິກາເຕີບໂຕເຖິງ 39,7 ຕື້ໂດລາສະຫະລັດ ຫຼື ຫຼາຍກວ່າ 40% ເມື່ອທຽບກັບເດືອນກ່ອນໜ້ານີ້ ສູງກວ່າເມັກຊິກ ແລະການາດາ ພ້ອມທັງເອີ້ນຈີນເປັນແສງສະຫວ່າງຂອງອາເມລິກາ ທ່າມກາງການຄ້າໂລກທີ່ມືດມົນ, ຊຶ່ງຂໍ້ມູນຈາກກະຊວງການຄ້າອາເມລິກາລະບຸວ່າ ໃນໄລຍະເວລາດຽວກັນຍອດນໍາເຂົ້າໂດຍລວມຂອງອາເມລິກາຫຼຸດລົງ 13,7% ຢູ່ທີ່ 200 ຕື້ໂດລາ ແລະຍອດສົ່ງອອກຫຼຸດລົງ 20,5% ຢູ່ທີ່ 1,51 ຮ້ອຍຕື້ໂດລາ, ຂາດດຸນເພີ່ມຂຶ້ນ 16,7% ຫຼື 4,94 ຮ້ອຍຕື້ໂດລາ, ໃນລາຍງານທ່າອຽງເສດຖະກິດໂລກສະບັບຫຼ້າສຸດລະບຸວ່າ ກຸ່ມທະນາຄານໂລກຄາດວ່າ ເສດຖະກິດໂລກຈະຫົດຕົວລົງ 5,2% ໃນປີ 2020 ທ່າມກາງການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແລະຄາດວ່າ ເສດຖະກິດຈີນຈະເຕີບໂຕຂຶ້ນ 1%.

  ທະນາຄານໂລກລະບຸວ່າ ເສດຖະກິດອາເມລິກາອາດຫົດຕົວ 6,1% ໃນປີ 2020 ສອດຄ່ອງກັບທະນາຄານກາງຂອງອາເມລິກາທີ່ຄາດວ່າ ເສດຖະກິດອາເມລິກາຈະຫົດຕົວ 6,5% ໃນປີນີ້ ແລະອັດຕາການວ່າງ ວຽກຫຼຸດລົງຢູ່ທີ່ 9,3% ໃນໄລຍະໄຕມາດທີ 4.

--------

ໜັງສືພິມເສດຖະກິດ-ສັງຄົມ