ຮຸນໄດ-ແອລຈີ ພິຈາລະນາຜະລິດແບັດເຕີຣີ ໃນອິນໂດເນເຊຍ

   ບໍລິສັດຮຸນໄດ ຮ່ວມມືກັບບໍລິສັດແອລຈີພິຈາລະນາຕັ້ງໂຮງງານຜະລິດແບັດເຕີຣີລົດໄຟຟ້າໃນອິນໂດເນເຊຍທີ່ອຸດົມໄປດ້ວຍຊັບພະຍາກອນທຳມະຊາດ.

 ຕາມຂ່າວຕ່າງປະເທດລາຍງານໃນວັນທີ 23 ມິຖຸນາທີ່ຜ່ານມາວ່າ ຮຸນໄດ ມໍເຕີ ກຣຸບ ຜູ້ຜະລິດລົດຈາກ ສ.ເກົາ ຫຼີ ແລະແອລຈີເຄມິຄອລໜຶ່ງໃນບໍລິສັດຍ່ອຍຂອງແອລ ຈີ ກຣຸບ ກຳລັງຢູ່ລະຫວ່າງການພິຈາລະນາຮ່ວມ ກັນຈັດຕັ້ງໂຮງງານຜະລິດແບດເຕີຣີລົດໄຟຟ້າໃນປະເທດອິນໂດເນເຊຍຊຶ່ງອຸດົມສົມບູນໄປດ້ວຍຊັບພະຍາກອນເຊັ່ນ: ລິທຽມໂດຍຄວາມຮ່ວມມືຈະເກີດຂຶ້ນໃນຮູບແບບຂອງກິດຈະກຳການຄ້າ (Joint Venture),ໂດຍລາຍງານລະບຸວ່າທ່ານ ດູ ກະວັງໂມ ປະທານບໍລິສັດແອລຈີກຣຸບ ແລະທ່ານ ຊຸງ ອຸຍຊານ ຮອງປະທານຮຸນໄດມໍເຕີກຣຸບໄດ້ຮ່ວມກັນປຶກສາຫາລືກ່ຽວກັບແບັດເຕີຣີລົດອີວີໂດຍທັງສອງບໍລິສັດປະກາດຢືນຢັນວ່າການພົບປະຫາລືກັນລະຫວ່າງຜູ້ນໍາລະດັບສູງທັງສອງເກີດຂຶ້ນຈິງຢ່າງໃດກໍຕາມບໍ່ໄດ້ເປີດເຜີຍເຖິງການໂອ້ລົມ.

  ຖ້າຫາກຂ່າວດັ່ງກ່າວເກີດຂຶ້ນຈິງໂຮງງານຜະລິດແບັດເຕີຣີລົດອີວີດັ່ງກ່າວນັບວ່າເປັນບາດກ້າວທຳອິດຂອງຮຸນໄດບໍລິສັດສັນຊາດ ສ.ເກົາຫຼີທີ່ຖືກມອງວ່າເປັນຜູ້ຫຼີ້ນໃໝ່ທີ່ຫາເຂົ້າມາໃນຕະຫຼາດແບັດເຕີຣີອີວີຄາດວ່າຈະເຕີບໂຕຫຼາຍຄຽງຄູ່ໄປກັບຍອດຂາຍລົດໄຟຟ້າທີ່ຈະເພີ່ມຂຶ້ນຈາກການສະໜັບສະໜູນຂອງລັດຖະບານທົ່ວໂລກເນື່ອງຈາກຕ້ອງການຫຼຸດການປ່ອຍອາຍພິດເຮືອນແກ້ວ.

____________

ໜັງສືພິມເສດຖະກິດ-ສັງຄົມ