ເມືອງຍົມມະລາດ ເປີດຮຽນ ສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ

  ໃນວັນທີ 19 ມິຖຸນາ 2020 ຫ້ອງປະຊຸມເບີ 3 ສໍານັກງານປົກ ຄອງເມືອງຍົມມະລາດ ແຂວງຄຳມ່ວນ ໄດ້ເປີດຮຽນສະໜັບສະໜູນພັກປະຊາຊົນປະຕິວັດລາວໃຫ້ແກ່ມະຫາຊົນຜູ້ກ້າວໜ້າຈຳນວນ 61 ສະຫາຍ ຍິງ 22 ສະຫາຍ ໂດຍພາຍໃຕ້ການເປັນປະທານຂອງສະາຍ ສົມພາວ ໄຊພະຈັນ ຫົວໜ້າຄະນະໂຄສະນາອົບຮົມເມືອງ ຊຶ່ງມີບັນດາທ່ານມະຫາຊົນຜູ້ກ້າວໜ້າເຂົ້າຮ່ວມຢ່າງພ້ອມພຽງ.

    ໃນພິທີດັ່ງກ່າວ ສະຫາຍ ສົມພາວ ໄຊພະຈັນ ຫົວໜ້າຄະນະໂຄສະນາອົບຮົມເມືອງໄດ້ຂຶ້ນມີຄຳເຫັນກ່າວເປີດ ແລະຜ່ານປະຫວັດຄວາມເປັນມາຂອງພັກປະຊາຊົນປະຕິວັດລາວພ້ອມທັງໄດ້ຜ່ານລະບຽບການຕ່າງໆຂອງພັກປະຊາຊົນປະຕິວັດລາວໃຫ້ແກ່ມະຫາຊົນຜູ້ກ້າວໜ້າໄດ້ຮັບຟັງ, ໃນການຮໍ່າຮຽນຄັ້ງນີ້ມີຈຳນວນ 61 ສະຫາຍ, ຍິງ 22 ສະຫາຍ ໃນນັ້ນມີພະນັກງານສຳນັກງານຫ້ອງການອ້ອມຂ້າງເມືອງຈຳນວນ 8 ສະຫາຍ, ຍິງ 5 ສະຫາຍ, ກອບັນຊາການ ປກຊ-ປກສ ຈໍານວນ 19 ສະ ຫາຍ ຍິງ 5 ສະຫາຍ ແລະໜ່ວຍພັກບ້ານຈຳນວນ 34 ສະຫາຍ ຍິງ 12 ສະຫາຍ.

  ໃນຕອນທ້າຍພິທີສະຫາຍ ສົມພາວ ໄຊພະຈັນ ຍັງໄດ້ມອບໃບຢັ້ງຢືນການຮໍ່າຮຽນສະໜັບສະໜູນໃຫ້ແກ່ມະຫາຊົນຜູ້ກ້າວໜ້າ ແລະໄດ້ຂຶ້ນໂອ້ລົມຕໍ່ກອງປະຊຸມດັ່ງກ່າວ ຊຶ່ງສະຫາຍໄດ້ເນັ້ນໜັກໃຫ້ບັນດາສະຫາຍມະຫາຊົນຜູ້ກ້າວໜ້າໃຫ້ມີສະຕິ, ຝຶກຜົນຫຼໍ່ຫຼອມຕົນເອງໃຫ້ມີຄວາມຫ້າວຫັນປະຕິບັດໜ້າທີ່ວຽກງານທີ່ທາງພັກ-ລັດໄດ້ມອບໝາຍໃຫ້ສຳເລັດພ້ອມກັນເອົາໃຈໃສ່ປະຕິບັດຂໍ້ກຳນົດ, ກົດລະບຽບຕ່າງໆ ຂອງພັກວາງອອກຢ່າງເຂັ້ມງວດໂດຍຕິດພັນກັບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນໃຫ້ປະສົບຜົນສຳເລັດເພື່ອເປັນແບບຢ່າງໃຫ້ແກ່ມະຫາຊົນ.

_____________

ໂດຍ: ຄຳພູວາ,  ໜັງສືພິມເສດຖະກິດ-ສັງຄົມ