ເອັມມ່າ ວັດສັນ ຂຶ້ນເປັນຜູ້ບໍລິຫານຍີ່ຫໍ້ແຟຊັນ ລະດັບໂລກ

 ເອັມມ່າ ວັດສັນ ນັກສະແດງ ແລະນັກເຄື່ອນໄຫວຄົນດັງເຂົ້າຮ່ວມເປັນໜຶ່ງໃນຄະນະກຳມະການຂອງບໍລິສັດ kering ທີ່ເບິ່ງແຍງແຟຊັນລະດັບໂລກເຊັ່ນ Gucci, Balenciaga, Botte ga,Veneta ແລະອື່ນໆ.

  ດາລາດັງສັນຊາດອັງກິດຜູ້ຮັບບົດເປັນເຮີໄມໂອນີ ຈາກຮູບ ເງົາເລື່ອງ Harry Porter ໄດ້ຮັບແຕ່ງຕັ້ງຈາກຜູ້ຖືຮຸ້ນໃຫ້ດຳລົງຕຳແໜ່ງປະທານຄະນະກຳ ມາການດ້ານຄວາມຍືນຍົງ ຊຶ່ງ ເອັມມ່າສະແດງຈຸດຢືນສະໜັບສະໜູນແຟຊັນແບບຍືນຍົງລາວເປັນທັງ Face ຂອງແອັບພິເຄຊັນ Good On You ທີ່ໃຫ້ຄະແນນ ຍີ່ຫໍ້ແຟຊັນຕາມຫຼັກຈະຮິຍະທຳ ແລະຄວາມຍືນຍົງ ຫຼື ເຂົ້າຮ່ວມ Green carpet ກັບ Eco-Age ດ້ວຍການສະໜັບສະໜູນເສື້ອຜ້າ,ໃນການຖະແຫຼງຂອງ Kering ຍັງຍົກຍ້ອງລາວວ່າເປັນໜຶ່ງໃນນັກສະແດງຄົນດັງ  ແລະນັກເຄື່ອນໄຫວທີ່ເປັນທີ່ຮູ້ຈັກລະດັບໂລກ ຊຶ່ງ ບໍ່ພຽງກ່ຽວຂ້ອງກັບດ້ານຄວາມຍືນຍົງແຕ່ຍັງໄດ້ຮັບຕຳແໜ່ງທູດ ສັນຖະວະໄມຕີແຫ່ງ UN Women ແລະເປີດໂຕໂຄງການ HeForShe ສົ່ງເສີມຄວາມເທົ່າທຽມທາງ ເພດອີກດ້ວຍ, ບໍ່ພຽງແຕ່ເທົ່ານັ້ນປະທານ Kering ຍັງໄດ້ກ່າວວ່າ Jena Liu, Tidjane, Emma ແລະWatson ເຂົ້າສູ່ການເປັນຄະນະກຳມາການດ້ວຍຄວາມຮູ້ ແລະຄວາມສາມາດ ແລະມູມມອງ ທີ່ຫຼາກຫຼາຍທີ່ພວກເຂົາມີຈະເປັນສີ່ງທີ່ມີຄ່າ ແລະເປັນພາບສະທ້ອນຕໍ່ຄະນະກຳມະການຂອງ Kering

---------

ຮຽບຮຽງໂດຍ: ແກ້ວ

.