ຄຸນປະໂຫຍດຂອງໝາກທຸລຽນ

 ໝາກທຸລຽນເປັນໝາກໄມ້ຫາກິນໄດ້ຕະຫຼອດການການຮັບປະທານໝາກໄມ້ນອກຈາກຈະໄດ້ຮັບວິຕາມິນຕ່າງໆທີ່ເປັນປະໂຫຍດແກ່ຮ່າງກາຍແລ້ວໝາກທຸລຽນຍັງເປັນຊ່ວຍຖ່າຍພະຍາດໃຫ້ກັບຮ່າງກາຍຂອງເຮົາໄດ້ເປັນຢ່າງດີເພາະໃນຊີ້ນໝາກທຸລຽນຈະມີສານກຳມະຖັນປະກອບຢູ່ເປັນຈຳນວນຫຼາຍຊຶ່ງຈະສັງເກດໄດ້ຈາກເວລາທີ່ເຮົາຮັບປະທານໝາກທຸລຽນຈະຮູ້ສຶກມີອາການຮ້ອນໆພາຍໃນຮ່າງກາຍຂອງເຮົານັ້ນເອງ.

 ວິທີການຮັບປະທານ: ພຽງແຕ່ເຈົ້າຕື່ນແຕ່ເຊົ້າ (ເວລາປະມານ 05.00 ໂມງ) ແລ້ວຮັບປະທານໝາກທຸລຽນທີ່ກຽມໄວ້ປະມານເຄິ່ງໜ່ວຍເມື່ອຮັບປະທານໝາກທຸລຽນໝົດແລ້ວໃຫ້ດື່ມນໍ້າອຸ່ນໆລົງໄປຫຼາຍໆ ຫຼັງຈາກນັ້ນຄວາມຮ້ອນໃນສານກຳມະຖັນທຳມະຊາດ ແລະກາກໃຍຈາກໝາກທຸລຽນກໍຈະດຳເນີນການອອກລິດເປັນຢາຖ່າຍພະຍາດຊະນິດຕ່າງໆ ໃນຮ່າງກາຍຂອງເຮົາ ແລະເປັນການຊ່ວຍຊຳລະລ້າງຂີ້ເຫຍື້ອໃນລຳໄສ້ທີ່ຕົກຄ້າງໄວ້ໃຫ້ອອກມາໄດ້ອີກດ້ວຍ.

____________

ຮຽບຮຽງໂດຍ: ຟ້າ