ອິດສະຣາແອນຜະລິດພະລັງງານຈາກພືດ

 ການຊອກຫາພະລັງງານທາງເລືອກທີ່ເປັນມິດກັບສິ່ງແວດລ້ອມ ແລະໃຊ້ງານໄດ້ຢ່າງຍືນຍົງເປັນສິ່ງທີ່ນັກວິໄຈພະຍາຍາມຄິດຄົ້ນ ແລະພັດທະນາຢ່າງຕໍ່ເນື່ອງແລະດົນນານ ຈຸດໝາຍຕົ້ນຕໍກໍຄືເພື່ອນໍາມາທົດແທນການໃຊ້ພະລັງງານຈາກຊາກດຶກດຳບັນ(ຟອສຊິລ)ຄື: ນໍ້າມັນດິບ, ຖ່ານຫີນ, ແກ໊ສທຳມະຊາດ ແລະອື່ນໆ ທີ່ກໍ່ໃຫ້ເກີດມົນລະພິດຊຶ່ງເປັນບັນຫາລະດັບໂລກ ແລະຫຼາຍພາກສ່ວນພະຍາຍາມທີ່ຈະແກ້ໄຂໃນປະຈຸບັນ.

  ຕາມຂ່າວຕ່າງປະເທດລາຍງານວ່າ ເມື່ອບໍ່ດົນມານີ້ນັກວິໄຈວິທະຍາສາດຈາກມະຫາວິທະຍາໄລເທລອາວີໃນອິດສະຣາແອນ ແລະມະຫາວິທະຍາໄລອະຣິໂຊນາ ໃນອາເມລິກາເປີດເຜີຍວ່າ ໄດ້ພັດທະນາ ແລະຜະລິດໄຮໂດຣເຈນຈາກພືດ ຊຶ່ງນັກວິໄຈປູກເອນໄຊສາຫລ່າຍຂະໜາດນ້ອຍໆເພື່ອສັງເກດວ່າພວກມັນຈະສາມາດຜະລິດໄຣໂດຮເຈນ ຊຶ່ງເປັນແຫຼ່ງພະລັງງານ ແລະເຊື້ອເພີງສຳລັບຍານພາຫະນະໄດ້ຫຼືບໍ່ ເພາະພວກເຂົາເຊື່ອວ່າພະລັງງານຈາກພືດທີ່ເຕີບໂຕໃນນໍ້າແບບນີ້ຈະນໍາໄປສູ່ການຜະລິດກະແສໄຟຟ້າໄດ້.

 ຜົນຈາກການວິໄຈດັ່ງກ່າວສະແດງໃຫ້ເຫັນວ່າພືດມີສັກກະຍະພາບໃນການຜະລິດກະແສໄຟຟ້າ ແລະໃນຂະນະດຽວກັນກໍເຕືອນໃຫ້ຮູ້ວ່າອາດຕ້ອງໃຊ້ເວລາເຖິງ 20 ກວ່າປີ ທີ່ໂລກຈະໄດ້ຮັບປະໂຫຍດຈາກການຄົ້ນພົບໃນຄັ້ງນີ້.

-------

ໜັງສືພິມເສດຖະກິດ-ສັງຄົມ