ອາເມລິກາຂູ່ເກັບພາສີອາຫານທະເລຈີນ

 ທ່ານ ໂດນັລ ທຣຳ ປະທານາທິບໍດີຂອງອາເມລິກາເລັ່ງເກັບພາສີນໍາເຂົ້າອາຫານທະເລ ສປ ຈີນ ຖ້າຫາກພົບວ່າບໍ່ປະຕິບັດຕາມຂໍ້ຕົກລົງການຄ້າຊຸດທຳອິດ ຫວັງໃຊ້ໂອກາດປ້ອງກັນທຸລະກິດສົ່ງອອກກຸ້ງລ໊ອບສະເຕີອາເມລິກາ.

  ຕາມຂ່າວຕ່າງປະເທດລາຍງານວ່າ ຜູ້ນໍາອາເມລິກາເປີດເຜີຍໃນທ້າຍອາທິດທີ່ຜ່ານມາວ່າ ຄະນະບໍລິຫານອາດກຳນົດອັດຕາພາສີນໍາເຂົ້າອາຫານທະເລຈາກຈີນ ຖ້າຫາກພົບວ່າ ຈີນບໍ່ຊື້ສິນຄ້າຂອງອາເມລິກາຕາມຂໍ້ຕົກລົງທີ່ເຮັດໄວ້ລະຫວ່າງກັນ, ຊຶ່ງອາເມລິກາ ແລະຈີນໄດ້ລົງນາມຂໍ້ຕົກລົງການຄ້າຊຸດທຳອິດໃນເດືອນມັງກອນທີ່ຜ່ານມາ ຊຶ່ງຊ່ວຍຍຸຕິສົງຄາມພາສີຊົ່ວຄາວແຕ່ທ່ານ ທຣຳ ລະບຸວ່າຕ້ອງການທີ່ຈະປົກປ້ອງຊາວປະມົງທີ່ຫາຈັບກຸ້ງລ໊ອບສະເຕີ ຊຶ່ງນັບວ່າເປັນມົງກຸດເພັດຂອງອຸດສາຫະກຳອາຫານທະເລຂອງອາເມລິກາ ຫຼັງຈາກທີ່ຊາວປະມົງດັ່ງກ່າວໄດ້ຮັບຜົນກະທົບຢ່າງໜັກຈາກຂໍ້ຕົກລົງການຄ້າລະຫວ່າງການາດາ ແລະສະຫະພາບເອີຣົບ(ອີຢູ).ໂດຍສຳນັກງານຜູ້ແທນການຄ້າຂອງອາເມລິກາຈະເລີ່ມສົ່ງລາຍງານປະຈຳເດືອນນັບຕັ້ງແຕ່ວັນທີ 15 ສິງຫາເປັນຕົ້ນໄປໃຫ້ກັບທ່ານ ທຣຳ ເພື່ອແຈ້ງລາຍລະອຽດຄວາມຄືບໜ້າຂອງຈີນໃນການປະຕິບັດຕາມຂໍ້ຕົກລົງຊື້ອາຫານທະເລ ຖ້າຫາກພົບວ່າ ຈີນບໍ່ປະຕິບັດຕາມຂໍ້ຕົກລົງ ທາງອາເມລິກາຈະພິຈາລະນາຕາມຂອບເຂດທີ່ກົດໝາຍກຳນົດເພື່ອດໍາເດີນການຕາມຄວາມເໝາະສົມໃນການໂຕ້ຕອບດ້ວຍການກຳນົດພາສີນໍາເຂົ້າອາຫານທະເລຈາກຈີນ.

  ຢ່າງໃດກໍຕາມພາຍໃຕ້ຂໍ້ຕົກລົງຊຸດທຳອິດອາເມລິກາໄດ້ຫຼຸດເກັບພາສີນໍາເຂົ້າສິນຄ້າຈາກຈີນບາງສ່ວນຂະນະທີ່ຈີນຕົກລົງທີ່ຈະເພີ່ມການຊື້ສິນຄ້າ ແລະບໍລິການຂອງອາເມລິກາໃນໄລຍະ 2 ປີຕໍ່ໜ້າ ເປັນມູນຄ່າຢ່າງໜ້ອຍ 200 ຕື້ໂດລາສະຫະລັດ ໂດຍເປັນຜະລິດຜົນທາງກະສິກຳ 32 ຕື້ໂດລາ ລວມທັງອາຫານທະເລ ແລະກຸ້ງລ໊ອບສະເຕີ.

-------

ໜັງສືພິມເສດຖະກິດ-ສັງຄົມ