ສະໜາມບິນຝຣັ່ງເປີດໃຫ້ບໍລິການອີກຄັ້ງ

ສະໜາມ​ບິນ ອໍ​ລີ​ (Orly Airport) ທາງ​ພາກ​ໃຕ້ຂອງຝຮັ່ງເປີດ​ໃຫ້​ບໍລິການ​ອີກ​ຄັ້ງໃນ​ວັນ​ທີ 26 ມິຖຸນາ​ນີ້ຫຼັງ​ຈາກປິດ​ໃຫ້​ບໍລິການຕັ້ງ​ແຕ່​ທ້າຍ​ເດືອນ​ມີນາ ເນື່ອງ​ຈາກໂຄ​ວິດ-19 ​ແຜ່​ລະບາດ​ຢ່າງ​ໜັກ.

  ຕາມຂ່າວຕ່າງປະເທດລາຍງານວ່າຖ້ຽວ​ບິນ​ຄັ້ງທຳ​ອິດ ເປັນ​ຖ້ຽວ​ບິນ​ໄປ​ຍັງ ປໍ​ໂຕ ປະ​ເທດປອກຕຸຍ​ການ ​​ຊຶ່ງຈະ​ມີ​ຖ້ຽວ​ບິນ​ມາ ​ແລະ​ໄປ​ຍັງ​ສະໜາມ​ບິນ 25​ ແຫ່ງ ລວມ 70 ຖ້ຽວ​ບິນຈາກ​ທີ່​ເຄີຍ​ມີ​ວັນ​ລະ 600 ຖ້ຽວ​ບິນ​ໂດຍ​ສາຍ​ການບິນ​ຈະມາ​ໃຊ້​ບໍລິການສະໜາມ​ບິນອໍ​ລີປະກອບ​ດ້ວຍ​ສາຍ​ການບິນ ​ແອ​ຟຣານ, ທຣານ​ເວີຍ ອີ​ຊີ​ເຈັດ ​ແລະ ​ແອ​ຄາ​ໄລ​ເບ​ສ (Air France, Transvia EasyJet, Vu Elling, and Air Carare Base) ທີ່​ຈະ​ເດີນທາງ​ໄປ​ຍັງ​ແຖບ​ທະ​ເລ​ແຄຣິ​ບບຽນ (Carib bean) ​ເກາະ​ເຮ​ອູ​ນີຍົງອີ​ຕາ​ລີ, ​ແອັດ​ສະ​ປາຍ, ​ປອກຕຸຍ​ການ, ອຽກລັງ, ​ແລະ ​ກຣົດຊີ(Reunion Island, Italy, Spain, Portugal, Iceland and Croatia).

 ເຈົ້າໜ້າທີ່ຄາດ​ວ່າຈະ​ມີ​ຜູ້​ໂດຍສານ​ເດີນທາງ​ຜ່ານອາຄານຜູ້​ໂດຍສານ 4 ​ແຫ່ງຂອງ​ສະໜາມ​ບິນ ອໍ​ລີ ປະມານ 8.000 ​ເທື່ອ​ຄົນ ຫຼືບໍ່​ເຖິງ 10% ຄ່າ​ສະ​ເລ່ຍລາຍ​ວັນທີ່​ເຄີຍ​ມີປະມານ 90.000 ​ເທື່ອ​ຄົນ.