ກອງປະຊຸມໃຫ່ຍຄັ້ງທີ II ຜູ້ແທນຄະນະພັກຮາກຖານພະແນກສຶກສາທິການ ແລະກີລາແຂວງໄຊຍະບູລີ

   ກອງປະຊຸມໃຫ່ຍຜູ້ແທນພັກຮາກຖານພະແນກສຶກສາທິການ ແລະກີລາແຂວງໄຊຍະບູລີ ຄັ້ງທີ II ໄດ້ໄຂຂຶ້ນຢ່າງເປັນທາງການໃນ ວັນທີ 22 ມິຖຸນາ ຜ່ານມາທີ່ສະ ໂມສອນຂອງພະແນກສຶກສາທິການ ແລະກີລາແຂວງໄຊຍະບູລີ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ສະຫາຍ ນາງ ແພງຈັນ ແກ້ວມະນີວົງ ຮອງຫົວໜ້າໜ່ວຍງານປະຕິບັດງານຂັ້ນແຂວງ, ມີຄະນະພັກ, ສະມາຊິກພັກຜູ້ແທນກອງປະຊຸມ, ແຂກຖືກເຊີນພ້ອມດ້ວຍໜ່ວຍປະຕິບັດງານຂັ້ນແຂວງ ເຂົ້າຮ່ວມ 100 ກວ່າສະຫາຍ.

ໃນວາລະດຳເນີນກອງປະຊຸມສະຫາຍ ອ່ອນຕາພົມມະຈິດ ຮອງເລຂາຄະນະພັກຮາກຖານພະແນກສຶກສາທິການ ແລະກີລາແຂວງໄຊຍະບູລີ ໄດ້ຂຶ້ນສະຫຼຸບລາຍງານການເມືອງທັງ 2 ພາກ ຊຶ່ງສະຫາຍໄດ້ຍົກໃຫ້ເຫັນຜົນງານໃນການຈັດຕັງປະຕິບັດຕະຫຼອດໄລຍະ 5 ປີ ຜ່ານມາວ່າ: ຄະນະພັກຮາກຖານພະແນກສຶກສາທິການ ແລະກີລາແຂວງໄຊຍະບູລີ ເປັນຮາກຖານທີ່ຂຶ້ນກັບການຊີ້ນຳ-ນຳພາ ໂດຍກົງຂອງຄະນະປະຈຳພັກແຂວງ, ໃນການສຶກສາອົບຮົມໃຫ້ການເມືອງແນວຄິດໃຫ້ສະມາຊິກພັກ,ພະນັກ ງານ-ລັດຖະກອນປະຕິບັດແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ແຜນພັດທະນາການສຶກສາໃຫ້ປາກົດຜົນເປັນຈິງໃນນີ້ຂອບເຂດການນຳພາກວມ 8 ໜ່ວຍພັກ,13 ຂະແໜງການ,3 ສູນ,4 ໂຮງຮຽນ ແລະ 1 ວິທະຍາໄລເອກະຊົນ 3 ອົງການຈັດຕັ້ງມະຫາຊົນ,ມີສະມາຊິກພັກທັງໝົດ 256 ສະຫາຍ,ຍິງ 102 ສະຫາຍ ແລະ ສະມາຊິກພັກສຳຮອງ 11 ສະຫາຍ, ຍິງ 6 ສະຫາຍ, ຕະຫຼອດໄລຍະ 5 ປີຜ່ານມາຄະນະພັກໄດ້ເອົາໃຈໃສ່ປະຕິບັດວິໄສທັດຮອດປີ 2030, ຍຸດທະສາດຮອດປີ 2025 ແລະ ແຜນພັດທະນາການສຶກສາ-ກີລາ 5 ປີ ຄັ້ງທີ 8 ເປົ້າໝາຍການພັດທະນາແບບຍືນຍົງຕິດພັນກັບ 3 ຂໍ້ແຂ່ງຂັນ 5 ຫຼັກມູນການສຶກສາ ໂດຍສຸມໃສ່ 3 ແຜນງານ ແລະ ວຽກງານກີລາກາຍະກຳເຮັດໃຫ້ການສຶກສາ ແລະ ກີລາເຕີບໃຫ່ຍຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບສະແດງອອກແຕ່ລະໂຮງຮຽນກໍ່ໄດ້ເອົາໃຈໃສ່ສ້າງເງື່ອນໄຂໂຮງຮຽນຕົວແບບຂອງ ແຂວງ, ໂດຍເລັ່ງໃສ່ສ້າງຂະບວນການສອນດີ-ຮຽນເກັ່ງ ແລະໄດ້ສົ່ງນັກຮຽນເຂົ້າຮ່ວມແຂ່ງຂັນນັກຮຽນເກັ່ງລະດັບຊາດສາມາດຍາດໄດ້ອັນດັບທີ 1 ຂັ້ນ ມ7 ສົກຮຽນ 2016-2017 ແລະເຮັດໃຫ້ອັດຕາ ເຂົ້າຮຽນ 3-5 ປີກວມ 80,1%, ອັດຕາເຂົ້າຮຽນຂອງເດັກ 5 ປີ, ບັນລຸ 93,8% ອັດຕາ ເຂົ້າຮຽນສຸດທິຊັ້ນປະຖົມຫຼາຍກວ່າ 99% ໃນແຕ່ລະປີ, ອັດຕາລອດເຫຼືອຮອດ ປ.5 ສູງກວ່າ 95% ອັດຕາເຂົ້າຮຽນລວມຊັ້ນມັດທະຍົມຕອນຕົ້ນ 88%, ມັດທະຍົມປາຍໄດ້ 58,9% ເພີ່ມຂຶ້ນ 3% ຈາກຜົນງານທີ່ຍາດມາໄດ້ນັນສາມາດແບ່ງປະເພດຂອງສະຫາຍສະມາຊິກພັກແຂວງ 235 ສະຫາຍ, ຍິງ 92 ສະຫາຍ, ກາງ 7 ສະຫາຍ, ຍິງ 2 ສະຫາຍ,ບໍ່ແບ່ງ 3 ສະຫາຍຍິງ 2 ສະຫາຍ 7 ໜ່ວຍພັກ ໄດ້ປະເພດປອດໃສເຂັ້ມແຂງ ແລະໝັກແໜ້ນ ແລະ ໜ່ວຍພັກກາງ 1 ໜ່ວຍ 3 ອົງການຈັດຕັ້ງມະຫາຊົນໄດ້ປະເພດແຂງ, ປະເພດຄະນະພັກຮາກຖານໄດ້ປະເພດປອດໃສເຂັ້ມແຂງໜັກແໜ້ນ.

 ຈາກນັ້ນຜູ້ແທນກອງປະຊຸມໄດ້ຮັບຟັງມາດຖານເງື່ອນໄຂຜູ້ທີ່ຈະຮັບສະໝັກເລືອກຕັ້ງເປັນຄະນະພັກຮາກຖານຊຸດໃໝ່ໄດ້ໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະ ນະພັກຮາກຖານສະໄໝທີ II ຕາມມາດຖານເງື່ອນໄຂທີ່ກໍານົດ ໄວ້ ຊຶ່ງມີຜູ້ອອກສະໝັກເລືອກຕັ້ງ 11 ສະຫາຍ ຍິງ 1 ສະຫາຍ ແລະ ເລືອກຕັ້ງໄດ້ 9 ສະຫາຍຍິງ 1 ສະຫາຍໃນນັ້ນເລືອກເອົາສະຫາຍອອ່ນຕາ ພົມມະຈິດ ເປັນເລຂາຄະນະພັກຮາກຖານພະແນກສຶກສາທິການ ແລະກີລາແຂວງ 8 ສະຫາຍ, ຍິງ 1 ສະຫາຍພ້ອມຄະນະ ແລະປ່ອນບັດເລືອກຕັ້ງຜູ້ແທນສົມບູນ-ສໍາຮອງເຂົ້າຮ່ວມກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທີ VII ຈຳນວນ 7 ສະຫາຍ, ຍິງ 1 ສະຫາຍ ແລະສໍາຮອງ 1 ສະຫາຍ.

  ໂອກາດນີ້ສະຫາຍ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ໄດ້ໃຫ້ກຽດໂອ້ລົມຊຶ່ງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກຊຸດເກົ່າທີ່ໄດ້ນຳພາ-ຊີ້ນຳສະມາຊິກພັກ-ພະນັກງານປະຕິບັດໜ້າທີ່ການ ເມືອງ ແລະຍາດໄດ້ຜົນສຳເລັດຫຼາຍດ້ານ,ສະແດງຄວາມເປັນຫວ່ງຕໍ່ດ້ານອ່ອນ-ຂໍ້ຄົງຄ້າງໄລຍະຜ່ານມາ ແລະໄດ້ໃຫ້ທິດຊີ້ນໍາວຽກ ງານແຕ່ລະດ້ານຢ່າງເລິກເຊິ່ງພ້ອມທັງເນັ້ນໜັກຕໍ່ຄະນະພັກຊຸດໃໝ່ທີ່ຈະສຶບຕໍ່ນຳພາ-ຊີ້ນຳປັບປຸງແບບແຜນວິທີເຮັດວຽກຮຽກຮ້ອງມາຍັງສະມາຊິກພັກ,ພະນັກງານ, ຈົ່ງເຊີດຊູສະຕິ ແລະ ຄວາມຮັບຜິດຊອບຂອງຕົນໃຫ້ສູງເພື່ອຈັດຕັ້ງຜັນຂະຫຍາຍເນື້ອໃນລາຍງານການເມືອງກໍຄືທິດທາງແຜນການທີ່ໄດ້ຮັບຮອງເອົາໃຫ້ເກີດຜົນເປັນຈິງ, ສ້າງພັກໃຫ້ປອດໃສເຂັ້ມແຂງໜັກແໜ້ນຢ່າງແທ້ຈິງ.