ກອງກວດກາປ່າໄມ້ໄຊຍະ ຢຶດໄມ້ເຖື່ອນ 1,24 ພັນເເມັດກ້ອນ

  ສະຫາຍ ແສງເພັດ ສີລິສົມບັດ ເລຂາໜ່ວຍພັກ ຫົວໜ້າກອງກວດກາປ່າໄມ້ພະແນກກະສິກໍາ ແລະປ່າໄມ້ແຂວງໄຊຍະບູລີ ໄດ້ກ່າວໃນກອງປະຊຸມໃຫຍ່ໜ່ວຍພັກຄັ້ງທີ II ທີ່ຈັດຂຶ້ນໃນວັນທີ 24 ມິຖຸນາ ນີ້ວ່າ: ກອງກວດກາປ່າໄມ້ມີພາລະບົດບາດໜ້າທີ່ໃນການກວດກາ, ຕິດຕາມ, ການປົກປັກຮັກສາຊັບພະຍາກອນປ່າໄມ້ໂດຍສະເພາະແມ່ນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍປ່າໄມ້, ກົດໝາຍວ່າດ້ວຍສັດນໍ້າສັດປ່າ, ຄໍາສັ່ງເລກທີ 15/ນຍ ຢູ່ແຂວງໄຊຍະບູລີໃຫ້ມີຜົນສັກສິດມີຄວາມເປັນເອກະພາບ ແລະ ມີຄວາມຍຸຕິທໍາໂດຍແນໃສ່ເຮັດໃຫ້ການບຸກລຸກທໍາລາຍຊັບພະຍາກອນປ່າໄມ້ຫຼຸດລົງຢ່າງຕໍ່ເນື່ອງ ແລະ ກ້າວໄປເຖິງບ່ອນຢຸດຕິຢ່າງສິ້ນເຊີງ. ພ້ອມນີ້ຍັງໄດ້ໂຄສະນາບັນດານິຕິກໍາກ່ຽວກັບວຽກງານຄຸ້ມຄອງປົກປັກຮັກສາປ່າໄມ້ໂດຍສະເພາະປະຕິບັດຄໍາສັ່ງເລກທີ 15/ນຍ ຢູ່ບັນດາຈຸດຫຼໍ່ແຫຼມທີ່ມີຄວາມສ່ຽງໃນການທໍາລາຍປ່າໄມ້, ເຜີຍແຜ່ກົດໝາຍວ່າດ້ວຍປ່າໄມ້, ກົດໝາຍສັດນໍ້າ, ສັດປ່າໃຫ້ປະຊາຊົນບັນດາເຜົ່າຈຸດທີ່ຫຼໍ່ແຫຼມໄດ້ 10 ເມືອງ 287 ບ້ານ, ມີຜູ້ເຂົ້າຮ່ວມ 31.995 ຄົນ.
   ນອກນັ້ນຍັງເອົາໃຈໃສ່ກວດກາການບຸກລຸກຫັນປ່ຽນເນື້ອທີ່ດິນປ່າໄມ້ເປັນຕົ້ນການຖາງປ່າໄມ້ທີ່ບໍ່ໄດ້ຮັບອະນຸຍາດເພື່ອເປັນບ່ອນທໍາການຜະລິດມີ 397 ຕອນ, ມີເນື້ອທີ່ 303,04 ເຮັກຕາ, ມີ 360 ຄອບຄົວ, ພ້ອມທັງໄດ້ສົມທົບກັບຂະແໜງການທີ່ກ່ຽວຂ້ອງລົງກວດກາການເກັບກູ້ໄມ້ບໍ່ຖືກຕ້ອງຕາມລະບຽບກົດໝາຍພົບເຫັນໄດ້ຄຸ້ມຄອງຈໍານວນ 1.032 ທ່ອນ ບໍລິມາດ 1.249 ແມັດກ້ອນ, ໄມ້ຫວງຫ້າມ 89 ປູດ ນໍ້າໜັກ 3.440 ກິໂລກຣາມ, ໄມ້ຕັບ 7ຕັບ ບໍລິມາດ 0,673 ແມັດກ້ອນໄມ້ດັ່ງກ່າວໄດ້ຢຶດມາເປັນຂອງລັດ ແລະສົ່ງບັນຊີໄມ້ໃຫ້ພະແນກອຸດສາຫະກໍາ ແລະການຄ້າແຂວງເພື່ອປະມູນຂາຍຕາມລະບຽບກົດໝາຍ.
   ຄ່ຽງຄູ່ກັນນີ້ໄດ້ລົງກວດກາ ແລະ ດັດສົມໂຮງງານໃນເມື່ອກ່ອນມີໂຮງງານປຸງແຕ່ງໄມ້ທັງໝົດ 111 ແຫ່ງ, ຜ່ານການດັດສົມປະຈຸບັນເຫຼືອພຽງ 26 ແຫ່ງ ໄດ້ຕິດ ຕາມກວດກາການຊື້-ຂາຍ ເຄື່ອນຍ້າຍສັດນໍ້າ-ສັດປ່າທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍໄດ້ 26 ຄັ້ງ, ມີ 105 ຄົນ, ຍຶດສັດນໍ້າ-ສັດປ່າໄດ້ທັງໝົດ601,5 ກິໂລ, ເປັນຊິ້ນສ່ວນ 577 ກິໂລ; ຍັງມີຊີວິດ 23 ກິໂລ, ມີ 39 ໂຕ ຊິ້ນສ່ວນດັ່ງກ່າວແມ່ນໄດ້ທໍາລາຍຖິ້ມ ແລະຈໍານວນສັດມີຊີວິດໄດ້ປ່ອຍຄືນສູ່ທໍາມະຊາດ, ໄດ້ລົງເກັບພາຫະນະຍຶດຈັກສະຕີນໄດ້ທັງໝົດ 1.326 ເຄື່ອງ, ໝໍ້ໄຟຊອດປາ 14 ເຄື່ອງ, ໜໍ້ດູດປາ 4 ເຄື່ອງ,ປືນລ່າສັດ 117 ກະບອກ ແລະດິນລະເບີດ 5 ກິໂລ ສ່ວນການນໍາໃຊ້ມາດຕະການຕໍ່ຜູ້ລະເມີດແມ່ນໄດ້ເຮັດບົດບັນທຶກສຶກສາອົບຮົມມີ 324 ຄົນ, ສຶກສາອົບຮົມດັດສ້າງດ້ານ ບໍລິຫານ 40 ຄົນ ດໍາເນີນຄະດີລາຍງານໃຫ້ໄອຍະການມີ 7 ເລື່ອງ ,ມີ 21 ຄົນ, ສານຕັດສິນຄະດີ 9 ຄົນ, ປັບໃໝ ແລະລົງວິໄນ 1 ເລື່ອງຊຶ່ງມາຮອດປະຈຸບັນທົ່ວແຂວງໄຊຍະບູລີການບຸກລຸກທໍາລາຍປ່າໄມ້ແມ່ນຖືກຫຼຸດລົງໂດຍສະເພາະການດໍາເນີນທຸລະກິດໄມ້, ການຂຸດຄົ້ນໄມ້, ໂຮງງານປຸງແຕ່ງໄມ້ ແລະການເຄື່ອນຍ້າຍໄມ້.
  ຈາກຜົນງານທີ່ໄດ້ກ່າວມານັ້ນຜ່ານການກວດກາຕີລາຄາແບ່ງປະເພດສະມາຊິກພັກໄດ້ປະເພດແຂງ 17 ສະຫາຍ, ຍິງ 1 ສະຫາຍ, ພະນັກງານໄດ້ປະເພດດີ 3 ສະ ຫາຍ,ປະເພດຂະແໜງການ 4 ຂະແໜງການໄດ້ແຂງ,3 ອົງການຈັດຕັ້ງຊາວໜຸ່ມ, ແມ່ຍິງ, ກໍາມະບານໄດ້ແຂງ, ປະເພດກອງກວດກາປ່າໄມ້ໄດ້ປະເພດແຂງ, ໜ່ວຍພັກກອງກວດກາປ່າໄມ້ເປັນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ກອງປະຊຸມຜູ້ເຂົ້າຮ່ວມຍັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ມີຜູ້ສະໝັກ 5 ສະຫາຍ, ເລືອກເອົາ 3 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນກັນເລືອກເອົາ ສະຫາຍ ຍຸດທະສິນ ສີປະມວນ ເປັນເລຂາໜ່ວຍພັກ, ສະຫາຍ ພອນສະຫວັດ ສິງງາມ ເປັນຮອງເລຂາທັງເປັນປະທານກວດກາໜ່ວຍພັກ ແລະສະຫາຍ ກອງທ່ຽນ ໄຊຍະພອນ ເປັນຄະນະໜ່ວຍພັກ.

________________

ຂ່າວ: ບຸນທີ, ໜັງສືພິມເສດຖະກິດ-ສັງຄົມ