ຄາເມນ ລີ ຕອບກັບຊາວເນັດ ເປັນຫຍັງຈຶ່ງຍັງບໍ່ແຕ່ງດອງ

 ນາງເອກຮົງກົງລຸ້ນໃຫຍ່ ຄາເມນ ລີ ຫຼື ຫຼີ່ຢົວຖົງ ຜູ້ຮັບບົດຊຽວເຫຼ່ງນິ່ງປີ 1995 ຍັງງົດງາມ ໃນອາຍຸ 53 ປີ ແຕ່ເພາະລາວ ຍັງໂສດກໍເລີຍເຮັດໃຫ້ພົບກັບຄຳຖາມຍອດຮິດວ່າເມື່ອໃດຈະແຕ່ງດອງຈົນລາວທົນບໍ່ໄຫວອອກມາ ຕອບກັບວ່າໃນຖານະທີ່ແມ່ຍິງອາຍຸບໍ່ໜ້ອຍແລ້ວ ແລະຍັງບໍ່ແຕ່ງດອງກໍຂໍຖາມກັບວ່າເປັນຫຍັງຂ້ອຍ ຈຶ່ງ ຕ້ອງແຕ່ງດອງບາງເທື່ອຂ້ອຍອາດບໍ່ທັນພົບຄົນທີ່ດີໃນເວລາທີ່ເໝາະສົມ ແລະການຄອງຕົວໂສດດີກວ່າກົດດັນໃຫ້ຕົວເອງຕ້ອງມາໃຊ້ຊີວິດ ຄູ່ກັບຄົນທີ່ບໍ່ແມ່ນ.

 ໃຜກໍຕາມທີ່ອ່ານໂພສນີ້ກໍ່ຂໍໃຫ້ຈຳໄວ້ວ່າຢ່າດ່ວນຕັດສິນໃຈເພາະເລື່ອງຂອງອາຍຸ ຫຼື ຄວາມເຫັນຂອງຄົນອື່ນສິ່ງທີ່ສຳຄັນທີ່ສຸດຈົ່ງຮຽນຮູ້ທີ່ຈະເຄົາລົບການຕັດສິນໃຈ ຂອງຄົນອື່ນເພາະຊີວິດໃຜກໍຊີວິດມັນ, ແນ່ນອນວ່າໂພສນີ້ຂອງນາງ ເອກດັງກໍ່ມີຄົນກົດໄລກົດແຊກັນສະນັ້ນພ້ອມທັງສຽງຊື່ນຊົມຈາກ ຊາວເນັດຢ່າງລົ້ນເຫຼືອວ່າຊີວິດທີ່ສົມບູນແບບຂອງແມ່ຍິງບໍ່ໄດ້ຕັດ ສິນກັນທີ່ການແຕ່ງດອງ.

--------

ຮຽບຮຽງໂດຍ: ແກ້ວ