ໝາກເຜັດ ມີຄຸນປະໂຫຍດ ແລະສັບພະຄຸນທາງຢາທີ່ຫຼາກຫຼາຍ

  ຄວາມເຜັດເປັນອີກໜຶ່ງລົດຊາດທີ່ຂາດບໍ່ໄດ້ໃນອາຫານຫຼາຍໆຊະນິດ ແລະຄວາມເຜັດນັ້ນສ່ວນຫຼາຍກໍ່ຈະໄດ້ມາຈາກໝາກເຜັດຊຶ່ງໝາກເຜັດແຕ່ລະຊະນິດກໍ່ຈະໃຫ້ຄວາມເຜັດແຕກຕ່າງກັນອອກໄປພ້ອມນັ້ນຍັງມີຄຸນຄ່າທາງອາຫານ ແລະ ສັບພະຄຸນທີ່ຫຼວງຫຼາຍກວ່າການຊ່ວຍເພີ່ມລົດຊາດໃຫ້ກັບອາຫານຕ່າງໆ ໂດຍໝາກເຜັດປະກອບມີວິຕາມິນເອ, ເຊ, ແຄນຊຽມ ແລະທາດເຫຼັກມີກລົດແອສຄໍບິກທີ່ຊ່ວຍຂະຫຍາຍເສັ້ນເລືອດໃນລຳໄສ້ ແລະກະເພາະອາຫານເພື່ອໃຫ້ດູດຊຶມອາຫານໄດ້ດີຂຶ້ນຊ່ວຍໃຫ້ການຂັບຖ່າຍ ແລະນຳທາດອາຫານຕ່າງໆໄປຍັງເນື້ອເຍື່ອຂອງຮ່າງກາຍ.

  • - ຊ່ວຍບັນເທົາອາການໄຂ້ຫວັດ ແລະຫຼຸດນໍ້າມູກ.
  • - ບັນເທົາອາການເຈັບຄໍ.
  • - ຊ່ວຍໃຫ້ຫຼອດລົມຂະຫຍາຍດີບໍ່ເຄັ່ງຕຶງ.
  • - ຊ່ວຍແກ້ຫອບຫືດ ຫຼືພູມແພ້.
  • - ຊ່ວຍຫຼຸດອາການເຈັບປວດຂອງກ້າມຊີ້ນ.
  • - ຊ່ວຍບັນເທົາອາການປວດອັກເສບຕາມຂໍ້.
  • - ແກ້ອາການບວມຂຽວຕ່າງໆຂອງຮ່າງກາຍ

ຮຽບຮຽງໂດຍ: ຟ້າ, ໜັງສືພິມເສດຖະກິດ-ສັງຄົມ