ເຊກອງ ສະເຫຼີມສະຫຼອງວັນແພດລາວ

    ໃນວັນທີ 24 ມິຖຸນາ ຜ່ານມາ ທີ່ພະແນກສາທາລະນະສຸກ ແຂວງເຊກອງໄດ້ຈັດພິທີສະເຫຼີມສະຫຼອງວັນແພດລາວຄົບຮອບ 55 ປີ (18 ມິຖຸນາ 1965-18 ມິຖຸນາ 2020) ໂດຍເປັນປະທານຂອງ ທ່ານ ວິສັນ ອິນທະວົງ ຫົວໜ້າພະແນກສາທາລະນະສຸກແຂວງ, ພ້ອມນີ້ກໍມີບັນດາຮອງຫົວໜ້າພະແນກ, ຫ້ອງການ, ຄະນະອໍານວຍການໂຮງໝໍ, ພະນັກງານອາວຸໂສ ບໍານານ ແລະພະນັກງານແພດໝໍເຂົ້າຮ່ວມຢ່າງພ້ອມພຽງ.

   ທ່ານ ວິສັນ ອິນທະວົງ ກ່າວວ່າ: ວັນແພດລາວແມ່ນວັນໜຶ່ງທີ່ ເປັນປະຫວັດສາດອັນລ້ຳຄ່າຂອງຂະແໜງການສາທາລະນະສຸກ, ເປັນວັນສ້າງຂະບວນການກິດຈະກຳຕ່າງໆ ເພື່ອລະນຶກເຖິງຜົນງານ ແລະສັນລະເສີນຄຸນງາມຄວາມດີຂອງແພດລາວໃນສະໄໝຕໍ່ສູ້ກູ້ ຊາດກໍຄືສະໄໝປົກປັກຮັກສາແລະ ສ້າງສາພັດທະນາປະເທດຊາດ,ພ້ອມນີ້ການສະເຫຼີມສະຫຼອງວັນແພດລາວຍັງເປັນການປູກຈິດສຳນຶກໃຫ້ແກ່ພະນັກງານແພດໝໍ,ພະຍາບານ ແລະພະນັກງານສາທາລະນະສຸກຮູ້ສືບທອດຮ່ຳຮຽນເອົາແບບຢ່າງອັນດີງາມຂອງແພດໝໍຮຸ່ນກ່ອນ, ອອກແຮງເຝິກຝົນຫຼໍ່ຫຼອມສ້າງຕົນເອງໃຫ້ພຽບພ້ອມໄປ ດ້ວຍຄຸນສົມບັດ, ຈັນຍາທໍາວິຊາຊີບ ແລະຄວາມຊຳນານງານດ້ານວິຊາສະເພາະເພື່ອກາຍເປັນແພດທີ່ດີ ແລະແພດປະຊາຊົນໃຫ້ສົມກຽດສັກສີວ່າເປັນນັກຮົບເສື້ອຂາວປະຕິວັດຂອງພັກ ແລະຮັກຫອມຄົນເຈັບປຽບເໝືອນແມ່ຜູ້ໃຈດີ.

 ທ່ານ ວິສັນ ອິນທະວົງ ກ່າວຕື່ມວ່າ:ຜ່ານມາການຈັດຕັ້ງປະຕິບັດວຽກງານສາທາລະນະສຸກພວກເຮົາແມ່ນສາມາດຍາດໄດ້ຜົນງານ ແລະຜົນສຳເລັດຫຼາຍໆດ້ານເປັນ ຕົ້ນແມ່ນຕາໜ່າງການບໍລິການ ດ້ານສາທາລະນະສຸກໄດ້ສືບຕໍ່ຂະຫຍາຍຕົວແລະມີຄຸນະພາບດີຂຶ້ນເປັນກ້າວໆມາ, ແຕ່ເຖິງຢ່າງໃດກໍ່ດີພວກເຮົາຍັງບໍ່ທັນເພິ່ງພໍໃຈເທົ່າທີ່ຄວນກັບຜົນງານທີ່ຍາດມາໄດ້, ທັງນີ້ກໍເພາະເຫັນວ່າຖ້າສົມທຽບໃສ່ແຂວງໃກ້ຄຽງແລ້ວ, ພວກເຮົາຍັງຈະໄດ້ອອກແຮງຫຼາຍກວ່າເກົ່າ ແລະ ອີກດ້ານໜຶ່ງຄວາມຮຽກ ຮ້ອງຕ້ອງການຂອງສັງຄົມທີ່ຢາກໃຫ້ມີການປັບປຸງຄຸນນະພາບໃນຫຼາຍ ປັດໄຈ, ສະນັ້ນຈຶ່ງຮຽກຮ້ອງມາຍັງພະນັກງານ, ແພດ-ໝໍທຸກຄົນຈົ່ງພ້ອມກັນເອົາໃຈໃສ່ປະຕິບັດນະໂຍບາຍ 5 ດີ 1 ພໍໃຈ,ເອົາໃຈໃສ່ໃນການບໍລິການເບິ່ງແຍງດູແລຄົນເຈັບດ້ວຍຈັນຍາບັນ ແລະຈັນຍາທຳທີ່ດີເພື່ອເຮັດໃຫ້ການຈັດຕັ້ງປະຕິບັດເປົ້າໝາຍຕ່າງໆ ຂອງຂະແໜງສາທາລະນະສຸກບັນລຸຜົນທີ່ວາງໄວ້.