ໂຮງຮຽນປະຖົມບ້ານໂພນສົມບູນໄດ້ອາຄານຮຽນໃໝ່

  ທ້າຍອາທິດຜ່ານມາໄດ້ມີພິທີມອບຮັບໂຮງຮຽນປະຖົມບ້ານໂພນສົມບູນ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມທ່ານ ບຸນມີ ໄຊນະວົງ ຮອງເຈົ້າເມືອງສີໂຄດຕະບອງ, ທ່ານ ຄຳພອນ ກູນທະປັນຍາ ອາຈານໃຫຍ່ ຄຣິສຕະຈັກ ຂ່າວປະເສີດ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

  ຊຶ່ງໂຄງການດັ່ງກ່່າວເປັນໂຄງການຊ່ວຍເຫຼືອຈາກສູນລວມຄຣິສຕະຈັກຂ່າວປະເສີດ ສປປ ລາວ ໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອກໍ່ສ້າງໂຮງຮຽນບ້ານໂພນສົມບູນ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເພື່ອເປັນການປະກອບສ່ວນຊ່ວຍເຫຼືອເຂົ້າວຽກງານການສຶກສາຊຶ່ງໂຮງຮຽນດັ່ງກ່າວສ້າງຂຶ້ນມາແຕ່ປີ 1972 ເປັນອາຄານແບບຖາວອນເສົາໄມ້ໂຄງໄມ້ຊຶ່ງສະພາບກໍ່ມີການເປເພ່ຊຸມໂຊມສະນັ້ນທາງສູນລວມຄຣິສຕະຈັກຂ່າວປະເສີດ ສປປ ລາວ ຈຶ່ງໃຫ້ທຶນຊ່ວຍເຫຼືອກໍ່ສ້າງເລີ່ມແຕ່ວັນທີ 27 ເມສາປີ 2020 ແລະໄດ້ສຳເລັດລົງວັນທີ 10 ມິຖຸນາ.

 ສຳລັບລວມການກໍ່ສ້າງແມ່ນຕົບແຕ່ງເປັນອາຄານຖາວອນກໍ່ຊັ້ນດຽວ, ເທເສົາ, ຄານຂື່ດັ້ງ ແລະອົກໄດ່ດ້ວຍເບຕົງເສີມເຫຼັກໂຄງຫຼັງຄາເຮັດດ້ວຍເຫຼັກມຸ້ງດ້ວຍກະເບື້ອງສີ ກວ້າງ 8 ແມັດຍາວ 21 ແມັດມີ 3 ຫ້ອງຮຽນ, ປະກອບໂຕະຕັ້ງນັກຮຽນ 45 ຊຸດ, ຕັ້ງຄູ 3 ຊຸດລວມການກໍ່ສ້າງທັງໝົດ 347 ລ້ານກີບໃນນິ້ເປັນທຶນຂອງປະຊາ ຊົນປະກອບສ່ວນດ້ານແຮງງານ 50 ລ້ານກີບ,

-----------------

ໂດຍ: ບຸນນິກ, ໜັງສືພິມເສດຖະກິດ-ສັງຄົມ